ຈີ​ນ​ມີ​ຄວາ​ມ​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ

(VOVWORLD) -ກ່ຽວກັບການພົວພັນລະຫວ່າງ ຈີນ - ອາເມລິກາ, ທ່ານ ນາຍົກລັດຖະມົນຕີ ຫຼີເຄືອສຽງ ຖືວ່າ ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງ ຈີນ - ອາເມລິກາ ປະເຊີນໜ້າກັບຄວາມຫຍຸ້ງຍາກຢ່າງຮ້າຍແຮງ, ກໍ່ຜົນສະທ້ອນທີ່ບໍ່ເປັນຜົນປະໂຫຍດໃຫ້ແກ່ທັງສອງຝ່າຍ.
ຈີ​ນ​ມີ​ຄວາ​ມ​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ - ảnh 1ທ່ານ ນາຍົກລັດຖະມົນຕີ ຈີນ ຫຼີເຄືອສຽງ (ພາບ: CCTV)

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ພາຍຫລັງພິິທີ ອັດກອງປະຊຸມສະພາຜູ້ແທນປະຊາຊົນແຫ່ງຊາດຈີນ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄືອສຽງ ໄດ້ສະແດງໃຫ້ເຫັນວ່າ ຈີນມີຄວາມປາດຖະໜາຢາກໃຫ້ ຈີນ - ອາເມລິກາຈະເພີ່ມທະວີການເຈລະຈາໃນໄລຍະຈະມາເຖິງ.

ກ່ຽວກັບການພົວພັນລະຫວ່າງ ຈີນ - ອາເມລິກາ, ທ່ານ ນາຍົກລັດຖະມົນຕີ ຫຼີເຄືອສຽງ ຖືວ່າ ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງ ຈີນ - ອາເມລິກາ ປະເຊີນໜ້າກັບຄວາມຫຍຸ້ງຍາກຢ່າງຮ້າຍແຮງ, ກໍ່ຜົນສະທ້ອນທີ່ບໍ່ເປັນຜົນປະໂຫຍດໃຫ້ແກ່ທັງສອງຝ່າຍ. ໃນຖານະເປັນປະເທດພວມພັດທະນາໃຫຍ່ທີ່ສຸດ ແລະ ປະເທດພັດທະນາໃຫຍ່ທີ່ສຸດໃນ ໂລກ, ຈີນ ແລະ ອາເມລິກາມີຜົນປະໂຫຍດລວມຫຼາຍຢ່າງຢ່າງກ້ວາງຂວາງ, ການຮ່ວມມືລະຫວ່າງສອງຝ່າຍບໍ່ພຽງແຕ່ນຳຜົນປະໂຫຍດມາໃຫ້ປະຊາຊົນທັງສອງປະເທດເທົ່ານັ້ນ ຫາກຍັງນຳຜົນປະໂຫຍດມາໃຫ້ທົ່ວໂລກອີກດ້ວຍ. ຈີນມີຄວາມປາດຖະໜາຢາກເພີ່ມທະວີການເຈລະຈາກັບ ອາເມລິກາ, ເຖິງຢ່າງໃດກໍ່ຕາມສິ່ງນີ້ຕ້ອງໄດ້ດຳເນີນບົນພື້ນຖານຄວາມສະເໝີພາບ ແລະ ເຄົາລົບນັບຖືເຊິ່ງ ກັນແລະກັນ.

        ດິ່ງຕວນ, ນັກຂ່າວ VOV ປະຈຳ ປັກກິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ