(vovworld) - ຕອນຄໍ່າວັນທີ 29/9, ຈີນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 63 ປີແຫ່ງວັນສະຖາປະນາ ສາທາລະນະລັດປະຊາຊົນຈີນ (1/10/1949 – 1/10/2012) ຢູ່ຈາຕູລັດປະຊາຊົນຢູ່ນະຄອນຫຼວງປັກກິງຢ່າງສົມກຽດ. ເຂົ້າຮ່ວມພິທີມີບັນດາການນຳພັກ, ລັດ ຈີນ, ພ້ອມກັບແຂກພາຍໃນ ແລະ ຕ່າງປະເທດກວ່າ 1.200 ທ່ານ, ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຈີນ ເວີນເຈຍເປົາ ໄດ້ທົບທວນຄືນໄລຍະ 63 ປີແຫ່ງວັນສະຖາປະນາ ສາທາລະນະນັດປະຊາຊົນຈີນ, ພິເສດນັບແຕ່ເມື່ອດຳເນີນການປະຕິຮູບເປີດປະຕູເມື່ອປີ 1978 ມາຮອດປະຈຸບັນ. ທ່ານໃຫ້ຮູ້ວ່າ ປີ 2012 ແລະ ໃນຊຸມປີຕໍ່ໆໄປ, ຈີນ ຈະສືບຕໍ່ຍູ້ແຮງການປະຕິຮູບໃນບັນດາຂົງເຂດຄື: ເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ ແລະ ບັນດາຂົງເຂດອື່ນໆ. ກ່ຽວກັບນະໂຍບາຍການຕ່າງປະເທດ, ທ່ານນາຍົກລັດຖະມົນຕີຈີນ ເວີນເຈຍເປົາ ໄດ້ເນັ້ນໜັກວ່າ ຈີນ ຈະຊຸກຍູ້ນະໂຍບາຍການຕ່າງປະເທດສັນຕິພາບເອກະລາດ, ປົກປັກຮັກສາອະທິປະໃຕຜືນແຜ່ນດິນ, ມານະພະຍາຍາມພ້ອມກັບປະຊາຊົນທົ່ວປະເທດຮັບມືກັບບັນດາສິ່ງທ້າທາຍ, ປະກອບສ່ວນສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບຢ່າງຍາວນານ ແລະ ຈະເລີນຮຸ່ງເຮືອງ.