ຈີນເປັນຄັ້ງທຳອິດປະກາດປື້ມປົກຂາວນິວເຄຼຍ

ຈີນເປັນຄັ້ງທຳອິດປະກາດປື້ມປົກຂາວນິວເຄຼຍ - ảnh 1
ທ່ານ ສີ​ຈິ້ນ​ຜິງ, ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ​ຈີນ
ພາບ:baomoi.com

(vovworld)- ​​ ​ວັນ​ທີ 27/1, ລັດ​ຖະ​ບານ​ຈີນ ໄດ້​ປະ​ກາດ​ປື້ມ​ປົກ​ຂາວ​ນິວ​ເຄຼຍ ທຳ​ອິດ​ຂອງ​ປະ​ເທດນີ້. ປື້ມ​ປົກ​ຂາວ ມີ​ຫົວ​ຂໍ້​ວ່າ: “ພ້ອມ​ແລ້ວ​ຮັບ​ມື​ກັບ​ສະ​ພາ​ວະ​ສຸກ​ເສີນ​ນິວ​ເຄຼຍ​ຂອງ​ຈີນ” ໂດຍ​ຫ້ອງ​ການ​ການ​ຂ່າວ​ລັດ​ຖະ​ບານ ຈີ​ນ ພິມ​ຈຳ​ຫນ່າຍ. ປື້ມ​ປົກ​ຂາວ ເນັ້ນ​ຫນັກ​ວ່າ: ຈີນ ເດັດ​ດ່ຽວ​ຕັ້ງ​ບັນ​ຫາ​ຄວາມ​ປອດ​ໄພ​ນິວ​ເຄຼຍ​ໃນ​ການ​ເຄື່ອນ​ໄຫວ​ນຳ​ໃຊ້​ພ​ພະ​ລັງ​ງານ​ນິວ​ເຄຼຍ ເພື່ອ​ຈຸດ​ປະ​ສົງ​ສັນ​ຕິ​ພາບແມ່ນ​ການ​ບຸ​ລິ​ມະ​ສິດ​ຕົ້ນ​ຕໍ. ປື້ມ​ປົກ​ຂາວ​ຮັບ​ຮູ້​ວ່າ ບັນ​ດາ​ພື້ນ​ຖານ​ນິວ​ເຄຼຍ ແລະ ການ​ເຄື່ອນ​ໄຫວ​ນິວ​ເຄຼຍ​ຂອງ​ຈີນ ລ້ວນ​ແຕ່​ໃນ​ສະ​ພາບ​ເປັນ​ປົກ​ກະ​ຕິ ແລະ ປອດ​ໄພ. ຈີນ ຈະ​ຍູ້​ແຮງ​ເລື່ອງ​ສ້າງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ນິວ​ເຄຼຍ ແລະ ກົດ​ໝາຍ​ວ່າ​ດ້ວຍ​ພະ​ລັງ​ງານ​ປະ​ລະ​ມາ​ນູ.

 

ຂ່າວ/ບົດ​ອື່ນ