ຈີນແລະອີຣັກສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ

ຈີນແລະອີຣັກສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1
ທ່ານ​ປະ​ທານ​ປະ​ເທດ ສື​ຈີນ​ຜິງ ແລະ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ Haider al Abadi
(ພາບ: TTXVN)


(vovworld) - ເນື່ອ​ງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ຈີນ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ Haider al Abadi, ວັນ​ທີ 22/12, ປັກ​ກິງ ແລະ ແບກ​ແດດ ໄດ້​ເຫັນ​ດີ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທ​ະ​ສາດ. ຖະ​ແຫຼງ​ການ​ຮ່ວມ​ຊີ້​ແຈ້ງວ່າ, ເລື່ອງ​ສ້າງ​ຕັ້ງ​ການ​ພົວ​ພັ​ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແມ່ນ​ເພື່ອ​ແນ​ໃສ່​ຊຸກ​ຍູ​້​ການ​ຮ່ວມ​ມື 2 ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ ກໍ​ຄື​ຊຸກ​ຍູ້​ການ​ພັດ​ທະ​ນາ ແລະ ວັດ​ທະ​ນາ​ຖາ​ວອນ ຢູ່ 2 ປະ​ເທດ. ທີ່​ການ​ພົບປະ​​ກັບທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abadi ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ ສື​ຈີນ​ຜິງ ຢືນ​ຢັນ​ວ່າ, ເລື່ອງ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ ແລະ ອີ​ຣັກ ໄດ້​ສ້າງ​ພື້ນ​ຖານ​ຢ່າງ​ໝັ້​ນ​ຄົງ​ໃຫ້​​ແກ່ການ​ພັດ​ທະ​ນາ​ການ​ພົວ​ພັນ​ 2 ຝ່າຍ​ໃນ​ອະ​ນາ​ຄົດ. ຈີນ ພ້ອມ​ແລ້ວ​ທີ່​ຈະໜູນ​ຊ່ວຍ​ອີ​ຣັກ ​ໃນບັນ​ດາ​ຂົງ​ເຂດຄື: ​ຜະ​ລິດ​ພະ​ລັງ​ງານ​, ໄຟ​ຟ້າ, ສື່ສານ ແລະ ພື້ນ​ຖານ​ໂຄງ​ລ່າງ…

ຂ່າວ/ບົດ​ອື່ນ