(VOVWORLD) - ໃນລະຫວ່າງວັນທີ 30 – 31 ກໍລະກົດ, ບັນດານັກເຈລະຈາແຖວໜ້າຂອງ ອາເມລິກາ ແລະ ຈີນໄດ້ດຳເນີນການພົບປະຢູ່ ຊຽງໄຫ້ ເພື່ອປຶກສາຫາລືກ່ຽວກັບບັນດາຄວາມຂັດແຍ່ງດ້ານການຄ້າ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານ ປະທານປະເທດຈີນ ສີຈິ້ນຜິງ ພົບປະກັນຢຸ່ນອອກກອງປະຊຸມ G20 ຢຸ່ Osaka ຍີ່ປຸ່ນ (ພາບ: AFP/TTXVN)
|
ພາຍຫຼັງການເຈລະຈາທີ່ບໍ່ບັນລຸໄດ້ໝາກຜົນໃດໆມາເປັນ 2 ເດືອນ, ຈີນ ແລະ ອາເມລິກາ ພວມປາດຖະໜາບັນລຸໄດ້ບາດກ້າວບຸກທະລະຢູ່ຮອບເຈລະຈາຈະມາເຖິງເພື່ອແນໃສ່ປິດສົງຄາມການຄ້າດ້ານພາສີອາກອນລະຫວ່າງສອງປະເທດລົງ. ເຖິງຢ່າງໃດກໍ່ຕາມ, ຕາມວົງການນັກໄຈ້ແຍກແລ້ວ, ຄວາມອາດສາມາດທີ່ຈະບັນລຸໄດ້ຄວາມຄືນໜ້າໃນການເຈລະຈາຄັ້ງນີ້ແມ່ນໜ້ອຍທີ່ສຸດ.
ກ່ຽວກັບບັນຫານີ້, ວັນທີ 29 ກໍລະກົດ, ທ່ານ ຄວາຈວນອິງ ໂຄສົກກະຊວງການຕ່າງປະເທດ ຈີນໄດ້ສະແດງຄວາມປາດຖະໜາວ່າ: ອາເມລິກາຈະປະຕິບັດບັນດາຄຳໝັ້ນສັນຍາຂອງຕົນຢ່າງຄົບຖ້ວນ ແລະ ສ້າງເງື່ອນໄຂຕັ້ງໜ້າໃຫ້ແກ່ຮອບເຈລະຈາດ້ານການຄ້າສອງຝ່າຍຢູ່ ຊຽງໄຫ້ ໃນຄັ້ງນີ້.