ຈີນ, ສ.ເກົາຫຼີຈະດຳເນີນ ຮອບເຈລະຈາທີ 10 ກ່ຽວກັບ FTA ໃນອາທິດໜ້າ


ຈີນ, ສ.ເກົາຫຼີຈະດຳເນີນ ຮອບເຈລະຈາທີ 10 ກ່ຽວກັບ FTA ໃນອາທິດໜ້າ - ảnh 1

(ພາບປະກອບ: xaluan.com)

 (vovworld)- ​ ​ວັນ​ທີ 14/3 ຢູ່​​ເຊີ​ອຸນ, ກະຊວງ​ການ​ຄ້າ, ອຸດສາຫະກຳ ​ແລະ ພະລັງງານ ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້ ​ແລະ ຈີນ ຈະດຳ​ເນີນ​ຮອບ​ເຈລະຈາ​ທີ 10 ກ່ຽວ​ກັບສັນຍາ​ການ​ຄ້ານ​ເສລີ (FTA) ສອງ​ຝ່າຍໃນ​ອາທິດ​ໜ້າ. ຮອບ​ເຈລະຈາ​ໃໝ່​ຈະ​ເລີ່​ມ​ແຕ່​ວັນ​ທີ 17/3 ​ແລະ ​ແກ່ຍາວ​ໃນ​ເວລາ 5 ວັນ​ຢູ່​ນະຄອນ Ilsan ທາງ​ທິດຕາ​ເວັນ​ຕົກ​ນະຄອນຫຼວງ​ເຊີ​ອຸນ. ຕາມກະຊວງ​ການ​ຄ້າ, ອຸດສາຫະກຳ ​ແລະ ພະລັງງານ ສ.​ເກົາຫຼີ, ຮອບ​ເຈລະຈາ​ຈະ​ສຸມ​ໃສ່​ບັນດ​າຂົງ​ເຂດ: ສິນຄ້າ, ການ​ບໍລິການ, ການ​ລົງທຶນ ​ແລະ ບັນ​ກາ​ບັນຫາ​ດ້ານ​ກົດໝາຍ. ສອງຝ່າຍ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ລະດັບ​ເສລີ​ຂອງ​ສິນຄ້າ ​ແລະ ສືບ​ຕໍ່​ເຈ​ລະ​ຈາ​ກ່ຽວ​ກັບ​ສັນຍາ​ແມ່, ລວມມີ​ສິນຄ້າ ​ແລະ ​ຕົ້ນກຳ​ເນີ​ດຂອງ​ສິນຄ້າ, ອາກອນ, ບັນຫາ​ຫຼັກ​ອະນາ​ໄມ​ຄວາມ​ປອດ​ໄພ​ສະບຽງ​ອາຫານ, ບັນດາ​ຮົ້ວກິດ​ຂວາງ​ໃນ​ການ​ຄ້າ ​ແລະ ການ​ພິພາດ​ການ​ຄ້າ. ​ແລະ ​ກໍ່​ໃນ​ຮອບ​ເຈ​ລະ​ຈາຄັ້ງນີ້, ສອງ​ຝ່າຍ​ຍັງ​ແລກປ່ຽນ​ກ່ຽວ​ກັບ​ກົດໝາຍ​ກຳມະສິດ​ພູມ​ປັນຍາ, ການ​ແກ່ງ​ແຍ້​ງ ​ແລະ ການ​ຄ້າ​ເອ​ເລກ​ໂຕ​ນິກ ກໍ່​ຄື​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ ​ແລະ ສິ່ງ​ແວດ​ລ້ອມ./.

ຂ່າວ/ບົດ​ອື່ນ