(vovworld) – ວັນທີ 08/07, ຢູ່ນະຄອນຫຼວງປັກກິງ, ບັນດາເຈົ້າໜ້າທີ່ການທູດ ແລະ ການທະຫານຂັ້ນສູງຂອງຈີນ ແລະ ອາເມລິກາ ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາປ້ອງກັນຄວາມສະຫງົບຍຸດທະສາດ ກ່ອນທີ່ຈັດການເຈລະຈາຍຸດທະສາດ ແລະ ເສດຖະກິດ (S&ED) ຈີນ - ອາເມລິກາ ປະຈຳປີ. ທ່ານຮອງລັດຖະມົນຕີການຕ່າງປະເທດຈີນ ຈາງເຢີຍຊວຍ ແລະ ຄູ່ຕຳແໜ່ງອາເມລິກາ William Burns ເປັນປະທານຮ່ວມການເຈລະຈາດ້ານປ້ອງກັນຄວາມສະຫງົບຍຸດທະສາດຈີນ - ອາເມລິກາ ຄັ້ງທີ 4 ໃນຂອບເຂດ S&ED. ທີ່ການເຈລະຈາ, 2 ຝ່າຍໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ແລະ ມີລັກສະນະສ້າງສັນກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື ປ້ອງກັນຄວາມສະຫງົບຮອບດ້ານ ແລະ ຍຸດທະສາດ. 2 ຝ່າຍກໍ່ເຫັນດີຮັກສາ ແລະ ຊຸກຍູ້ກົນໄກ S&ED ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຮ່ວມມືລະຫວ່າງ 2 ປະເທດ.
ຕາມແຜນການ, ຮອບເຈລະຈາຄັ້ງທີ 6 ຂອງ S&ED ຈະຖືກຈັດຂຶ້ນຢູ່ປັກກິງ ໃນລະຫວ່າງວັນທີ 09 – 10/07.