ຈີນ ເອົາໃຈໃສ່ເຖິງຂ່າວ ອາເມລິກາ ຜັນຂະຫຍາຍລະບົບປ້ອງກັນລູກສອນໄຟ

ຈີນ ເອົາໃຈໃສ່ເຖິງຂ່າວ ອາເມລິກາ ຜັນຂະຫຍາຍລະບົບປ້ອງກັນລູກສອນໄຟ - ảnh 1
ພາບປະກອບ
(ພາບ: ອີນເຕີເນັດ)

(vovworld) - ວັນ​ທີ 27/3, ຈີນ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ລະມັດ​ລະວັງ​ພາຍຫຼັງ ອາ​ເມ​ລິ​ກາ ​​ເປີດເຜິ​ຍ​​​ແຜນການ​ສ້າງ​ຕັ້ງ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟນຳ​ວິຖີ ​ຢູ່​ອາຊີ ​ແລະ ຕາ​ເວັນ​ອອກ​ກາງ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ນັດ​ສາມັນ, ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຫູ່​ງ​​ໄຫຼ ຊີ້​ແຈງ​ວ່າ: ຈີນ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ແຫຼ່ງຂ່າວ​ນີ້, ພ້ອມ​ທັງ​ຖື​ວ່າ: ທຸກໆ​ປະ​ເທດ​ຄວນ​ຮັບ​ມື​ກັບ​ບັນດາ​ບັນຫາ​ປ້ອງ​ກັນ​ລູກ​ສອນ​ໄຟ ”ຢ່າງ​ລະມັດ​ລະວັງ“ ພາຍ​ໃຕ້​ທັດສະນະ​ຮັກສາ​ສະຖຽນ​ລະ​ພາບ​ຍຸດ​ທະ​ສາດ​ໃນ​ທົ່ວ​ໂລກ ​ແລະ ​​ເພີ່ມ​ທະວີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ກໍ​ຄື​ບັນລຸ​ຄວາມ​ສະຖຽນ​ລະ​ພາບ​ ​ແລະ ຄວາມ​ສະຫງົບ​ສາກົນ​ຜ່ານ​ມາດ​ຕະການ​ທາງ​ການ​ທູດ ​ແລະ ການ​ເມືອງ​ຕ່າງ​ໆ.

ກ່ອນ​ໜ້າ​ນັ້ນ, ສື່ມວນ​ຊົນ​ຂອງ​ຈີນ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​​ເຈົ້າ​ໜ້າ​ທີ່​ທຳນຽບ 5 ​ແຈຜູ້​ໜຶ່ງ​ທີ່​ວ່າ: ອາ​ເມ​ລິ​ກາ​ພວມ​ພິຈາລະ​ນາ​ກໍ່ສ້າງ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟນຳ​ວິຖີຢູ່​ອາຊີ  ​ແລະ ຕາ​ເວັນ​ອອກ​ກາງ, ທີ່​ຄ້າຍຄື​​ກັບ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ຢູ່​ເອີ​ລົບ. ຮູບ​ແບບ​ໃໝ່​ນີ້ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມາດ​ຮັບ​ມື​ກັບ​ໄພ​ຖື​ກບຸກ​ໂຈມ​ຕີ​ຈາກ​ບັນດາ​ປະ​ເທດ​ຄື​ອີຣານ ​ແລະ ສປປ ​ເກົາຫຼີ ຢ່າງ​ມີ​ປະສິດທິ​ຜົນ, ພ້ອມ​ທັງ​ຊ່ວຍ​ປົກ​ປັກ​ຮັກສາ​ອາ​ເມ​ລິ​ກາ ຕໍ​ບັນດາການ​ບຸກ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ໄລຍະ​ໄກ​ທີ່​ອາດ​ຈະເກີດ​ຂຶ້ນ​ໃນ​ອະນາຄົດ.

 

ຂ່າວ/ບົດ​ອື່ນ