ຈຳນວນຊາວອົບພະຍົບໄປເຖິງເອີລົບຫລຸດລົງຢ່າງແຮງໃນປີ2016

ຈຳນວນຊາວອົບພະຍົບໄປເຖິງເອີລົບຫລຸດລົງຢ່າງແຮງໃນປີ2016 - ảnh 1
ຊາວ​ຂໍຫຼົບ​ໄພ​ຢູ່ ແບກ​ແລງ

(vovworld) - ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ໄປ​ເຖິງ ເອີ​ລົບ ຜ່ານ​ທາງ​ທະ​ເລ​ຕົ້ນ​ຕໍ​ໃນ​ປີ 2016 ໄດ້​ຫລ​ຸດ​ລົງ​ເກືອບ 2/3 ເມື່ອ​ທ​ຽບ​ໃສ່​ປີ 2015, ​ເຫຼືອ​ພ​ຽງ 364.000 ຄົນ. ວັນ​ທີ 6/1, ອົງ​ການ​ຄຸ້​ມ​ຄອງ​ເຂດ​ຊາຍ​ແດນ​ສະ​ຫະ​ພາບ​ເອີ​ລົບ (EU) ຖື​ວ່າ ນີ້​ແມ່ນ​ໝາກ​ຜົນ​ຂອ​ງ​ການ​ຜັ​ນ​ຂະ​ຫຍາຍ​ຂໍ​້​ຕົກ​ລົງ​ກ່ຽວ​ກັບ​ບັນ​ຫາ​ຊາວ​ອົບ​ພະ​ຍົບ​ລະ​ຫວ່າງ ອີ​ຢູ ແລະ ຕວກ​ກີ ທີ່​ໄດ້​ລົງ​ນາມ​ໃນ​ເດືອນ 3/2016. ຕາມ​ຂໍ​້​ຕົກ​ລົງ​ລະ​ຫວ່າງ ຕວກ​ກີ ແລະ ອີ​ຢູ, ຊາວ​ອົບ​ພະ​ຍົບ​ໄປ​ເຖິງ ອີ​ຢູ ບໍ່​ມີ​ເງື່ອນ​ໄຂ​ຢ່າງ​ພຽງ​ພໍ​ເພື່ອ​ຂໍ​ຫຼົບ​ໄພ ຈະ​ໄດ້​ສົ່ງ​​ກັບ​ຄືນ​ເຖິງ​ຕວກ​ກີ. ແທນ​ທີນັ້ນ, ອານ​ກາ​ຣາ ໄດ້​ຮຽກ​ຮ້ອງ ອີ​ຢູ ໜູນ​ຊ່ວຍ​ດ້ານ​ການ​ເງິນ ແລະ ຕ້ອນ​ຮັບ​ບັນ​ດາ​ຊາວຫຼົບ​ໄພ ຊີ​ຣີ ຈາກ​ຕວກ​ກີ ຕາມ​ກົນ​ໄກ “ໜຶ່ງ​ປ່ຽນ​ໜຶ່ງ”. ຂໍ້​ຕົ​ກ​ລົງ​ນີ້​ລວມ​ມີ​ຈຳ​ນວນ​ເງິນ​ຊ່ວຍ​ເຫຼືອນັບຕື້ຶ້ USD ແລະ ຍົກ​ເວັ້ນ​ວ​ີ​ຊາ​ເຂົ້າ​ເມືອງ​ໃຫ້​ພົນ​ລະ​ເມືອງ​ ຕ​ວກ​ກີ ເຂົ້າ ອີ​ຢູ.


ຂ່າວ/ບົດ​ອື່ນ