ຈຳນວນຜູ້ເສຍຊີວິດໃນບັນດາເຫດວາງລະເບີດຢູ່ອີຣັກຂຶ້ນເຖິງເກືອບ 250 ຄົນ

ຈຳນວນຜູ້ເສຍຊີວິດໃນບັນດາເຫດວາງລະເບີດຢູ່ອີຣັກຂຶ້ນເຖິງເກືອບ 250 ຄົນ - ảnh 1
(ພາບປະກອບ)
(vovworld) - ກະຊວງ​ພາຍ​ໃນ​ອີຣັກ ​ໃຫ້​ຮູ້​ວ່າ ຢ່າງໜ້ອຍສຸດ​ມີ 58 ຄົນ​ເສຍ​ຊີວິດ ​ແລະ 187 ຄົນ​ຖືກ​ບາດ​ເຈັບ​ໃນ​ເຫດ​ວາງ​ລະ​ເບີດ​ກໍ​ການ​ຮ້າຍ​ຢູ່​ນະຄອນຫຼວງ Baghdad ເມື່ອວັນ​ທີ 27/05. ຢ່າງ​ໜ້ອຍ​ສຸດ​ມີເຫດລະ​ເບີ​ດ​ 11 ​ ຄັ້ງ​ທີ່ເກີດ​ຂຶ້ນ​ຢູ່​ອ້ອມ​ນະຄອນຫຼວງ Baghdad, ສ່ວນ​ຫຼາຍ​ແມ່ນ​ຢູ່​ບັນດາ​ຕະຫຼາດ, ​ເຂດ​ການ​ຄ້າ, ​ໂບດ ຢູ່​ບັນດາ​ເມືອງ​ລຽບ​ຕາມ​ນະຄອນຫຼວງ ​ແລະ ຊານ​ນະຄອນ Batda, ຊຶ່ງ​ແມ່ນສະຖານ​ທີ່​ມີ​ຊາວ​ມຸດ​ສະ​ລິ​ມນິກາຍ Shi’ite ດຳລົງ​ຊີວິດ. ປະຈຸ​ບັນ​ຍັງ​ບໍ່​ທັນ​ມີ​ອົງການ​ໃດໆກ່າວ​ຮັບຜິດຊອບຕໍ່​ບັນດາ​ການ​ບຸກ​ໂຈມ​ຕີ​ທີ່ຮ້າຍ​ແຮງ​ດັ່ງກ່າວ​ເທື່ອ. ​ແຕ່​ວ່າ, ວົງ​ການ​ນັກ​ສັງ​ເກດ​ການ​ຖື​ວ່າ ກຸ່ມ​ປະກອບ​ອາວຸດ​ຊາວ Sunni ມີ​ສ່ວນ​ກ່ຽວຂ້ອງ​ເຖິງອົງການ​ກໍ​ການ​ຮ່າຍ Al Qaeda ຢູ່​ອີຣານ ປະຕິບັດ​ບັນດາ​ການ​ບຸກ​ໂຈມ​ຕີ​ທີ່​ນອງ​ເລືອດ​ເປັນ​ປະຈຳ​ຄື​ແນວ​ນັ້ນ. ​ໃນ​ຮອບ​ເວລາ​ເກືອບ 2 ​ເດືອນ​ຜ່າ​ນມາ, ການ​ໃຊ້​ຄວາມ​ຮຸນ​ແຮງ​ໄດ້​ເຮັດ​ໃຫ້​ຊາວ​ອີຣັກ ​ເກືອບ 1000 ຄົນ​ເສຍ​ຊີວິດ. ຫາງ​ສຽງ​ໂລກ​ພວມ​ມີ​ຄວາມ​ວິຕົກ​ກັ່ງ​ວົນ​ວ່າ ອີຣັກ ພວມ​ມີ​ໄພ​ຕົກ​ເຂົ້າ​ສູ່​ສົງຄາມ​ກາງ​ເມືອງ​ລະຫວ່າງ​ບັນດາ​ຝ່າຍ.
ຂ່າວ/ບົດ​ອື່ນ