ຈຳນວນວິສາຫະກິດເຂົ້າຮ່ວມກອງປະຊຸມສຸດຍອດວິສາຫະກິດ APEC ຫຼາຍກ່ວາໝູ່ນັບແຕ່ກ່ອນມາຮອດປະຈຸບັນ

(VOVWORLD) -  ຕາມທ່ານຮອງລັດຖະມົນຕີ ບຸ່ຍແທງເຊີນ ແລ້ວ, ຄຽງຂ້າງບັນດາເຫດການຈັດຕັ້ງຕາມປົກກະຕິ, ກອງປະຊຸມສຸດຍອດວິສາຫະກິດ APEC 2017, ໜຶ່ງໃນ 2 ເຫດການຈັດຕັ້ງຕາມຂໍ້ລິເລີ່ມຂອງ ຫວຽດນາມ ໃນຂອບເຂດສັບປະດາຂັ້ນສູງ APEC
ຈຳນວນວິສາຫະກິດເຂົ້າຮ່ວມກອງປະຊຸມສຸດຍອດວິສາຫະກິດ APEC ຫຼາຍກ່ວາໝູ່ນັບແຕ່ກ່ອນມາຮອດປະຈຸບັນ - ảnh 1 ທ່ານຮອງລັດຖະມົນຕີ ບຸ່ຍແທງເຊີນ

ຈຳນວນວິສາຫະກິດເຂົ້າຮ່ວມກອງປະຊຸມສຸດຍອດວິສາຫະກິດ APEC ຫຼາຍກ່ວາໝູ່ນັບແຕ່ກ່ອນມາຮອດປະຈຸບັນ - ນີ້ແມ່ນການຢັ້ງຢືນຂອງທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ທີ່ການພົບປະແຈ້ງຂ່າວຕໍ່ສື່ມວນຊົນພາຍໃນ ແລະ ຕ່າງປະເທດ ກ່ຽວກັບບັນດາການເຄື່ອນໄຫວຂອງສັບປະດາຂັ້ນສູງ APEC ຈັດຕັ້ງຢູ່ນະຄອນ ດ່ານັ້ງ ແຕ່ວັນທີ 6 -11 ພະຈິກ 2017.

        ຕາມທ່ານຮອງລັດຖະມົນຕີ ບຸ່ຍແທງເຊີນ ແລ້ວ, ຄຽງຂ້າງບັນດາເຫດການຈັດຕັ້ງຕາມປົກກະຕິ, ກອງປະຊຸມສຸດຍອດວິສາຫະກິດ APEC 2017, ໜຶ່ງໃນ 2 ເຫດການຈັດຕັ້ງຕາມຂໍ້ລິເລີ່ມຂອງ ຫວຽດນາມ ໃນຂອບເຂດສັບປະດາຂັ້ນສູງ APEC, ດຶງດູດການເຂົ້າຮ່ວມຂອງວິສາຫະກິດພາຍໃນພາກພື້ນເປັນຈຳນວນຫຼວງຫຼາຍ:

“ນີ້ແມ່ນເຫດການໂດຍມີການເຂົ້າຮ່ວມຂອງບັນດາວິສາຫະກິດພາກພື້ນເປັນຈຳນວນຫຼວງຫຼາຍໃນສັບປະດາຂັ້ນສູງ. ມາຮອດປະຈຸບັນ, ການເຂົ້າຮ່ວມຂອງບັນດາວິສາຫະກິດແຖວໜ້າຢູ່ພາກພື້ນ ແລະ ສາກົນກໍ່ຄືບັນດາວິສາຫະກິດ ຫວຽດນາມ ຫຼາຍທີ່ສຸດນັບແຕ່ກ່ອນມາ ຮອດປະຈຸບັນ, ໃນບັນດາກອງປະຊຸມສຸດຍອດວິສາຫະກິດ APEC, ຈຳນວນນັກທຸລະກິດຈົດທະບຽນ ມາຮອດປະຈຸບັນ ແມ່ນ 2.000 ຄົນ”

ຕອບກັບ

ຂ່າວ/ບົດ​ອື່ນ