ຈີ 20 ປະເອີບໃຈ ກ່ຽວກັບແງ່ຫວັງການເຕີບໂຕເສດຖະກິດໂລກ

ຈີ 20 ປະເອີບໃຈ ກ່ຽວກັບແງ່ຫວັງການເຕີບໂຕເສດຖະກິດໂລກ - ảnh 1
(ພາບປະກອບ: en.ria.ru)

​(vovworld) –  ວັນ​ທີ 17/04, ​ໃນ​ຖະ​ແຫຼ​ງການ​ຮ່ວມ​​ທີ່​ໄດ້​ຍົກ​ອອກ​ມາ, ພາຍຫຼັງ​ກອງ​ປະຊຸມ​ດຳ​ເນີນ​ໄປ​ເປັນ​ເວລາ 2 ວັນ​ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ, ປະ​ເທດ​ອາ​ເມ​ລິກາ, ວົງ​ການ​​​ເຈົ້າ​ໜ້າ​ທີ່ການ​ເງິນຂອງ​ກຸ່ມ​ບັນດາພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົນ​ເດັ່ນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ (ຈີ 20)​ ​ໄດ້​ຕີ​ລາຄາ​ສູງ​​ສັນຍາ​ອັນ​ຕັ້ງໜ້າ​ທີ່ຢູ່ບັນດາ​ປະ​ເທດ​ພັດທະນາ ​ໃນ​ສະພາບ​ທີ່​ຄວາມ​ສ່ຽງສຳລັບ​ພື້ນຖານ​ເສດຖະກິດທົ່ວ​ໂລກ​ໄດ້​ຫຼຸດ​ລົງ. ລະອຽດ​​ແມ່ນ, ​ແງ່​ຫວັງ​ໃນ​ໄລຍະ​ສັ້ນ​ຢູ່​ບັນດາ​ປະ​ເທດ​ມີ​ພື້ນຖານ​ເສດຖະກິດ​ພັດທະນາ, ພິ​ເສດ​ແມ່ນ​ພາກ​ພື້ນ​​ໃຊ້​ເງິນ​ເອ​ໂຣ​ລວມ (Eurozone) ​ແລ​ະ ຍີ່ປຸ່ນ ​ໄດ້​ຮັບ​ການ​ປັບປຸງ​ໃນ​ໄລຍະ​​ແລ້ວ​ນີ້…  ບັນດາ​ເຈົາໜ້າ​ທີ່​ການ​ເງິນ ຈີ 20 ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມືກັນ ​ເພື່ອ​ແນ​ໃສ່​ປັບປຸງ​ພື້ນຖານ​ເສດຖະກິດ​​ແບບ​ຍື່ນ​ຍົງ, ພ້ອມ​ທັງ​ຮຽກຮ້ອງ​ບັນດາ​ປະ​ເທດ​ຕ້ອງ​ມານະ​ພະຍາຍາມ​ກວ່າ​ອີກ ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ໃນ​ໄລຍະ​ສັ້ນ. ນອກຈາກ​ນັ້ນ, ບັນດາ​ທະນາຄານ​ສູນ​ກາງ​ໃຫຍ່​ໃນ​ໂລກ ກໍ່​ຕ້ອງ​ຮັບປະກັນ​ບັນດາ​ນະ​ໂຍບາຍ ຈະ​​ໄດ້​ຮັບ​ການ​ຜັນ​ຂະຫຍາຍ, ບໍ່​ກໍ່​ຄວາມ​ວຸ້ນວາຍ​ໃນ​ຕະຫຼາດ.

ຂ່າວ/ບົດ​ອື່ນ