ຊຸກຍູ້ການພົບປະແລກປ່ຽນວັດທະນະທຳລະຫວ່າງຊາວ ຮ່າໂນ້ຍ ແລະ ບັນດາປະເທດ ເອີຣົບ

(VOVWORLD) -ຕອນຄ່ຳວັນທີ 04 ພຶດສະພາ ຢູ່ຮ່າໂນ້ຍ, ເພື່ອເປັນການສະເຫຼີມສະຫຼອງວັນເອີຣົບ (09/05), ຄະນະປະຕິບັດງານສະຫະພາບ ເອີຣົບ (ອີຢູ) ໄດ້ສົມທົບກັບສະຖານທູດບັນດາປະເທດສະມາຊິກ ແລະ ບັນດາສູນວັດທະນະທຳ ເອີຣົບ ຈັດຕັ້ງລາຍການ “ຊຸມວັນເອີຣົບ 2018” ຢູ່ ຮ່າໂນ້ຍ.
ຊຸກຍູ້ການພົບປະແລກປ່ຽນວັດທະນະທຳລະຫວ່າງຊາວ ຮ່າໂນ້ຍ ແລະ ບັນດາປະເທດ ເອີຣົບ - ảnh 1 ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນດຶກຈູງ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນດຶກຈູງ ຢືນຢັນວ່າ ເຫດການນີ້ ຈະນຳມາໃຫ້ຊາວນະຄອນຫລວງ ແລະ ແຂກທ່ອງທ່ຽວຂົງເຂດວັດທະນະທຳທີ່ມີຄວາມໝາຍ ແລະ ມີຊີວິດຊີວາໃນໂອກາດທ້າຍອາທິດ. ທ່ານ ຫງວຽນດຶກຈູງ ປາດຖະໜາວ່າ ຄະນະປະຕິບັດງານສະຫະພາບ ເອີຣົບ ພ້ອມກັບບັນດາເອກອັກຄະລັດຖະທູດ ຈະສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວຄ້າຍຄືກັນ, ຈາກນັ້ນ ຊຸກຍູ້ການພົບປະແລກປ່ຽນວັດທະນະທຳ, ການພົວພັນສະໜິດແໜ້ນລະຫວ່າງປະຊາຊົນນະຄອນ ຮ່າໂນ້ຍ ແລະ ບັນດາປະເທດ ເອີຣົບ ໃນອະນາຄົດ, ທ່ານ ຫງວຽນດຶກຈູງ ກ່າວວ່າ:

        “ນີ້ແມ່ນໂອກາດ ເພື່ອໃຫ້ບັນດານັກທ່ອງທ່ຽວ ແລະ ປະຊາຊົນສາມາດຮັບຊົມບັນດາວັດທະນະທຳຫລາຍຮູບຫລາຍສີຂອງເອີຣົບໃນໃຈກາງ ຮ່າໂນ້ຍ. ຜ່ານນັ້ນ, ປະຊາຊົນ ຫວຽດນາມ ເວົ້າລວມ ແລະ ຮ່າໂນຍ ເວົ້າສະເພາະ ຈະເຂົ້າໃຈຕື່ມອີກ ກ່ຽວກັບເອີຣົບ, ພິເສດແມ່ນບັນດາຜົນງານດ້ານວິທະຍາສາດເຕັກນິກ, ລະບຽບວິໄນການອອແຮງງານ, ວັດທະນະທຳສິລະປະ, ອາຫານການກິນ…

ຕອບກັບ

ຂ່າວ/ບົດ​ອື່ນ