ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນໃຫ້ພັດທະນາຢ່າງເລິກເຊິ່ງ,ກວ້າງຂວາງ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານນາງນາຍົກລັດຖະມົນຕີປະເທດສາທາລະນະລັດສະຫະພັນເຢຍລະມັນ Angela Merkel, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ໄດ້ໄປຢ້ຽມຢາມເຖິງປະເທດສາທາລະນະລັດສະຫະພັນເຢຍລະມັນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ນະຄອນ Hamburg ໃນລະຫວ່າງວັນທີ 05 – 09 ກໍລະກົດ.

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນໃຫ້ພັດທະນາຢ່າງເລິກເຊິ່ງ,ກວ້າງຂວາງ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

(ພາບປະກອບ: dangcongsan.vn)

ການຢ້ຽມຢາມຖືກດຳເນີນໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ເຢຍລະມັນ ພວມພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງໃນທຸດຂົງເຂດ; ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາປະເທດສະມາຊິກ G20 ພັດທະນາຢ່າງດີງາມ.

        ໃນສະພາບການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກ G20 ພວມພັດທະນາອັນດີງາມ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຈະເຂົ້າຮ່ວມກອງປະຊຸມສຸດຍອດ G20 ໃນລະຫວ່າງວັນທີ 07 – 08 ກໍລະກົດ ດ້ວຍຫົວຂໍ້ວ່າ “ສ້າງໂລກແຫ່ງການເຊື່ອມຕໍ່ເປັນຮູບປະທຳ”. ດ້ວຍຖານະເປັນປະເທດເຈົ້າພາບຈັດຕັ້ງ APEC 2017, ຫວຽດນາມ ໄດ້ຮັບເຊີນເຂົ້າຮ່ວມບັນດາກອງປະຊຸມ ແລະ ກອງປະຊຸມໃນຂອບເຂດ G20 ໃນປີ 2017; ເຂົ້າຮ່ວມປຶກສາຫາລືຢູ່ທຸກວາລະປະຊຸມຂອງກອງປະຊຸມສຸດຍອດ ແລະ ປະກອບຄຳເຫັນໃສ່ຮ່າງຖະແຫຼງການຮ່ວມກອງປະຊຸມ.

        ການຢ້ຽມຢາມເຢຍລະມັນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ຄັ້ງນີ້ແມ່ນເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນກັບສາກົນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ຍົກສູງອິດທິຜົນຊື່ສຽງຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ