ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຫວຽດ​ນາມ - ກຳ​ປູ​ເຈຍ

(VOVWORLD) -ທ່ານນາຍົກລັດຖະມົນຕີ Hun Sen ໄດ້ຢັ້ງຢືນວ່າຈະຮ່ວມມືກັບຫວຽດນາມໃນບົດບາດເປັນສະມາຊິກ ອາຊຽນ ແລະ ຈະສືບຕໍ່ສະໜັບສະໜູນ ຫວຽດນາມໃນຖານະເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.
ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຫວຽດ​ນາມ - ກຳ​ປູ​ເຈຍ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກເຈລະຈາກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen   (ພາບ: VGP)

ວັນທີ 24 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໄດ້ມີການເຈລະຈາທາງອອນລາຍແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ກຳປູເຈຍ, ການຮ່ວມມືໃນອາຊຽນ ແລະ ບາງບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານນາຍົກລັດຖະມົນຕີ Hun Sen ໄດ້ຢັ້ງຢືນວ່າຈະຮ່ວມມືກັບຫວຽດນາມໃນບົດບາດເປັນສະມາຊິກ ອາຊຽນ ແລະ ຈະສືບຕໍ່ສະໜັບສະໜູນ ຫວຽດນາມໃນຖານະເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ພ້ອມທັງເຊື່ອໝັ້ນວ່າ ຫວຽດນາມຈະສືບຕໍ່ຄວບຄຸມໂລກລະບາດ ໂຄວິດ - 19 ໄດ້ເປັນຢ່າງດີ, ຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມໂດຍໄວ, ມຸ່ງໄປສູ່ການຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມໃຫ້ສຳເລັດ. ນາຍົກລັດຖະມົນຕີ ສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ການສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ແກ້ໄຂບັນດາບັນຫາເກີດຂຶ້ນແບບບັງເອີນຢ່າງທັນການ ບົນພື້ນຖານຈິດໃຈໄມຕິຈິດມິດຕະພາບ ແລະ ການຮ່ວມມື, ສືບຕໍ່ຮັກສາການພົວພັນຄ້າຂາຍໃຫ້ເປັນປົກກະຕິ, ມານະພະຍາຍາມຍົກສູງວົງເງິນການຄ້າສອງຝ່າຍ, ເພີ່ມທະວີການຮ່ວມມືໃນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ. ສອງຝ່າຍຢັ້ງຢືນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນຢູ່ບັນດາເວທີປາໄສໃນພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນໃນອາຊຽນ ແລະ ຢູ່ບັນດາກົນໄກຮ່ວມມືອະນຸພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ