ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ ລະ​ຫວ່າງ ຫວ​ຽດ​ນາມ-ລັດ​ເຊຍ

(VOVWORLD) -ໃນວັນທີ 22 ທັນວາ, ທີ່ສູນການຄ້າ ຮ່າໂນ້ຍ - ມົດສະກູ, ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ໄດ້ຈັດກອງປະຊຸມສຳມະນາ “ຊຸກຍູ້ການພົວພັນດ້ານເສດຖະກິດການຄ້າລະຫວ່າງ ຫວຽດນາມ-ລັດເຊຍ ໃນສະພາບການໃໝ່”.
ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ ລະ​ຫວ່າງ ຫວ​ຽດ​ນາມ-ລັດ​ເຊຍ - ảnh 1ກອງປະຊຸມສຳມະນາ “ຊຸກຍູ້ການພົວພັນດ້ານເສດຖະກິດການຄ້າລະຫວ່າງ ຫວຽດນາມ-ລັດເຊຍ ໃນສະພາບການໃໝ່” (ພາບ: ນັກຂ່າວ VOV ປະຈຳ ລັດເຊຍ)
ກອງປະຊຸມສຳມະນາໄດ້ຈັດຂຶ້ນດ້ວຍຮູບການໂດຍກົງເຕົ້າໂຮມຢູຫໍປະຊຸມ, ສົມທົບກັບທາງອອນລາຍຢູ່ຫຼາຍສະຖານທີ່ເຊື່ອມຕໍ່. ເຂົ້າຮ່ວມກອງປະຊຸມສຳມະນາມີຜູ້ແທນປະມານ 150 ຄົນ, ລວມມີຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການຂອງ ລັດເຊຍ, ບັນດາສະມາຄົມ, ວິສາຫະກິດຂອງສອງປະເທດ.

        ຄຳເຫັນປະກອບຢູ່ກອງປະຊຸມສຳມະນາໄດ້ຢັ້ງຢືນວ່າ ຫວຽດນາມ ແລະ ລັດເຊຍ ມີຫຼາຍເງື່ອນໄຂເພື່ອຍູ້ແຮງການຮ່ວມມືດ້ານເສດຖະກິດ-ການຄ້າ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານສອງປະເທດເລິກເຊິ່ງກວ່າອີກ. ບັນດາຜູ້ແທນສະແດງຄວາມເຊື່ອໝັ້ນວ່າ ການຮ່ວມມືດ້ານເສດຖະກິດ, ການຄ້າ ລະຫວ່າງ ຫວຽດນາມ-ລັດເຊຍ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ