ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອແລະການຮ່ວມມືຫຼາຍດ້ານຫວຽດນາມ-ຮູງກາຣີ

ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອແລະການຮ່ວມມືຫຼາຍດ້ານຫວຽດນາມ-ຮູງກາຣີ - ảnh 1
ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອແລະການຮ່ວມມືຫຼາຍດ້ານຫວຽດນາມ-ຮູງກາຣີ

(vovworld) –  ​ວັນ​ທີ 13/1 ຢູ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ອວງ​ຈູ​ລືວ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ ​ທ່ານຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຮູງ​ກາ​ຣີ Gergely Gulyas ເນື່ອງ​ໃນ​ໂອ​ກາດ​ຄະ​ນະ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 12-16/1. ນະ​ທີ່ນີ້ ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລືວ ຖື​ວ່າ: ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ລະ​ຫວ່າງ 2 ປະ​ເທດ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ເປັນ​ປົກ​ກະ​ຕິ, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຮູງ​ກາ​ຣີ ປີ 2016 ບັນ​ລຸ​ໄດ້150 ລ້ານ USD ( ເພີ່ມ​ຂຶ້ນ 10% ເມື່ອ​ທຽບ​ໃສ່​ປີ 2015 ). ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລືວ ສະ​ເໜີ​ໃຫ້​ສອງ​ຝ່າຍຕ້ອງກວດ​ກາ​ຄືນ​ການ​ຜັນ​ຂະ​ຫຍາຍ​ໝາກ​ຜົນ​ກອງ​ປະ​ຊຸມ​ຄັ້ງ​ທີ VI ຂອງ​​ຄະ​ນະກຳ​ມາ​ທິ​ການ​ປະ​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຫວຽດ​ນາມ-ຮູງ​ກາ​ຣີ, ສົມ​ທົບ​ກັນ​ສ້າງ​ໂຄງ​ການ, ແຜນ​ການ​ຮ່ວມ​ມື​ສອງ​ຝ່າຍ​ ເພື່ອ​ແລກ​ປ່ຽນ, ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ VII ຈະ​ມາ​ເຖິງ.

        ສ່ວນ​ທ່ານຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຮູງ​ກາ​ຣີ Gergely Gulyas ກໍ່ປາ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຫວຽດ​ນາມ​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ; ຈ​ະ​ດຳ​ເນີນການ​ພົບ​ປະ​ລະ​ຫວ່າງ​ບັນ​ດາ​ກຳ​ມາ​ທິ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ​ 2 ປະ​ເທດ​ໃຫ້ຫຼາຍກວ່າ​ອີກ, ເພື່ອ​ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.


ຂ່າວ/ບົດ​ອື່ນ