ຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມແລະອີຢີບ

ຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມແລະອີຢີບ - ảnh 1
ທ່ານ ດາວ​ແທນ​ຈູງ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະ​ຈຳອີ​ຢີບ
ຍື່ນສານຕາຕັ້ງ
ພາບ:internet

(vovworld)- ​ເມື່ອ​ຕອບ​ສຳພາດ​ນັກ​ຂ່າວ​ຂ່າວສານ​ຫວຽດນາມ​ຢູ່ Cairo ​ເນື່ອງ​ໃນ​ໂອກາດ​ສະ​ເຫສີ​ມສະຫລອງ 50 ປີ​ແຫ່ງ​ວັນ​ສ້າງຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ ​ແລະ ອີ​ຢີບ(1/9/1963-1/9/2013), ທ່ານ ດາວ​ແທນ​ຈູງ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະ​ຈຳ ອີ​ຢີບ ​ໄດ້​ຢືນຢັນ​ວ່າ: ການ​ພົວພັນ​ສາມັກ​ຄີທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ປັບປຸງ ​ແລະ ທົດ​ສອບ​ຜ່ານ​ບັນດາ​ໄລຍະ​ແຕກ​ຕ່າງ​ກັນ. ຍາ​ມ​ໃດ​ອີ​ຢີບກໍມີ​ບົດບາດ​ສຳຄັນ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ. ​ໃນ​ເຄິ່ງສັດຕະວັດ​ຜ່ານ​ມາ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫລວງ. ທ່ານ​ເອກ​ອັກຄະ​ລັດຖະທູດ ດາວ​ແທ່ງ​ຈູງ ​ເຊື່ອ​ໝັ້ນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ,​ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈະ​ພັດທະນາ​ຢ່າງຮອບດ້ານ, ​ເຂົ້າ​ສູ່​ລວງ​ເລິກ ​ແລະ ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຢ່າງ​ມີ​ປະສິດທິ​ຜົນ.

 

 



ຂ່າວ/ບົດ​ອື່ນ