ຊຸກ​ຍູ້​ການ​ພົວ​ພັນ ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ - ຈີນ

(VOVWORLD) - ວັນທີ 7 ພຶດສະພາ, ຢູ່ຮ່າໂນ້ຍ, ສະຖານທູດຈີນ ປະຈຳຫວຽດນາມໄດ້ຈັດການຖະແຫຼງຂ່າວທາງອອນລາຍ, ແລກປ່ຽນກ່ຽວກັບການພົວພັນສອງຝ່າຍລະຫວ່າງ ຫວຽດນາມ - ຈີນ ແລະ ການຮ່ວມມືສາກົນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.
ຊຸກ​ຍູ້​ການ​ພົວ​ພັນ ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ - ຈີນ - ảnh 1 ທ່ານນາງ ອິ໊ນຫ໋າຍຮົ໊ງ ທູດການຕ່າງປະເທດສະຖານທູດຈີນປະຈຳຫວຽດນາມ (ພາບ: qdnd.vn)

ທີ່ການຖະແຫຼງຂ່າວ ທ່ານນາງ ອິ໊ນຫ໋າຍຮົ໊ງ ທູດການຕ່າງປະເທດສະຖານທູດຈີນປະຈຳຫວຽດນາມໃຫ້ຮູ້ວ່າ ປີ 2020 ແມ່ນປີພິເສດຂອງການພົວພັນສອງປະເທດ, ສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຈີນ (1950 - 2020). ດັ່ງນັ້ນ, ນັ້ບແຕ່ຕົ້ນປີ 2020, ການພົວພັນລະຫວ່າງສອງປະເທດມີເຫດການເປີດສາກທີ່ດີງາມ ນັ້ນແມ່ນ ການໂອ້ລົມທາງໂທລະສັບລະຫວ່າງ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ກັບທ່ານ ສິຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນໃນວັນທີ 16 ມັງກອນ 2020

ຕີລາຄາສູງຕໍ່ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ຂອງ ຫວຽດນາມ ແລະ ຈີນໃນໄລຍະທີ່ຜ່ານມາ, ທ່ານນາງ ອິ໊ນຫ໋າຍຮົ໊ງ ເນັ້ນໜັກວ່າ ສອງປະເທດໄດ້ຮ່ວມແຮງຮ່ວມໃຈ, ສະໜັບສະໜູນເຊິ່ງກັນແລະກັນ, ພ້ອມທັງແລກປ່ຽນ, ສົມທົບກັນຮັບມືກັບການຜັນແປໃໝ່ໄດ້ຢ່າງທັນການ.

        ທີ່ການຖະແຫຼງຂ່າວ, ທ່ານນາງ ອິ໊ນຫ໋າຍຮົ໊ງ ໄດ້ຕອບສຳພາດຕໍ່ນັກຂ່າວທີ່ກ່ຽວຂ້ອງເຖິງບັນດາມາດຕະການແກ້ໄຂຜົນສະທ້ອນເສດຖະກິດພາຍຫຼັງໂລກລະບາດ Covid -19 ຍູ້ແຮງການພົວພັນການຄ້າ, ການຮ່ວມມືພັດທະນາລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ