ຊຸກຍູ້ການພົວພັນ2ຝ່າຍລະຫວ່າງຫວຽດນາມກັບອີຢູແລະອົດສຕາລີ

ຊຸກຍູ້ການພົວພັນ2ຝ່າຍລະຫວ່າງຫວຽດນາມກັບອີຢູແລະອົດສຕາລີ - ảnh 1

ຊຸກຍູ້​ການ​ພົວພັນ2​ຝ່າຍ​ລະຫວ່າງ​ຫວຽດນາມ​ ກັບ​ ອີ​ຢູ​

(vovworld) - ວັນ​ທີ 6/8, ຢູ່ນອກ​ບັນດາ​ກອງ​ປະຊຸມ​ທີ່​ກ່ຽວ​ຂ້ອງ​ຢູ່ AMM 48 ຊຶ່ງດຳ​ເນີນ​ຢູ່ ມາ​ເລ​ເຊຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ມີ​ບັນດາ​ການ​ພົບ​ປະ 2 ຝ່າຍກັບ​ຜູ້ຕາງໜ້າ​ສະຫະພາບ ​ເອີ​ລົບ (ອີ​ຢູ) ​ແລະ ອົດສຕາ​ລີ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ 2 ຝ່າຍ.

           ທີ່​ການ​ພົບ​ປະກັບ​ຜູ້ຕາງໜ້າ​ຂັ້ນ​ສູງ​ຮັບຜິດຊອບ​ນະ​ໂຍບາຍປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ພົວພັນ​ຕ່າງປະ​ເທດສະຫະພາບ ​ເອີ​ລົບ (ອີ​ຢູ) ທ່ານ​ນາງ Federica Mogherini, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອີ​ຢູ ນັບທັງ​ຂອບ​ເຂດ 2 ຝ່າຍ ​ແລະ ຢູ່​ບັນດາ​ເວທີ​ປາ​ໄສ​ໃນ​ພາກ​ພື້ນ ​ແລະ ສາກົນ, ​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ 2 ຝ່າຍ​ພັດທະນາ​ນັບ​ມື້​ນັບ​ແທ້​ຈິງ ​ແລະ ມີ​ປະສິດທິ​ຜົນ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດຂອງ ຫວຽດນາມ ​ແລະ ສະຫະພາບ ​ເອີ​ລົບ ຢ່າງ​ແທດ​ຈິງ​. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ກໍ​ແບ່ງປັນ​ຄວາມ​ວິຕົກ​ກັງ​ວົງກ່ຽວ​ກັບ​ບັນດາ​ການ​ຜັນ​ແປ​ມໍ່ໆ​ມາ​ນີ້, ​ເຫັນ​ດີ​ເປັນ​ເອກະ​ພາບ​ຊຸກຍູ້​ບັນດາ​ຝ່າຍ​ກ່ຽວຂ້ອງ​ ບໍ່​ມີບັນດາ​ການ​ກະທຳ​ເຮັດ​ໃຫ້ສະພາບ​ການ​ສັບສົນ​ເພີ່ມ​ຂຶ້ນ, ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງ ດ້ວຍ​ມາດ​ຕະການ​ສັນຕິພາບ, ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍວ່າ​ດ້ວຍ​ທະ​ເລ 1982, ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ກ້າວ​ໄປ​ເຖິງ​ການ​ສ້າງ COC.

           ທີ່​ການ​ພົບ​ປະ​ກັບ​ທ່ານນາງ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອົດສຕາ​ລີ Julie Bishop, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອົດສຕາ​ລີ ​​ໄດ້​ເຫັນ​ດີ​ເປັນ​ເອກະສັນ 2 ຝ່າ​ຍຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ, ພ້ອມ​ທັງ​ເສີມ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ​ປະຈຸ​ບັນ​ມີ ​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ​​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ພັກ​ທະນາຢ່າງມີ​ປະສິດທິ​ຜົນ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານນາງ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອົດສຕາ​ລີ Julie Bishop ຢືນຢັນ​ວ່າ: ອົດສຕາ​ລີ ຄັດຄ້ານບັນດາ​ການກະທຳ​ພຽງ​ລຳ​ຟັງ​ຝ່າຍ​ດຽວ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສະໜັບສະໜູນ​ການ​ແກ້​ໄຂ​ການ​ຂັດ​ແຍ້​ງ ​ໂດຍ​ສັນຕິ​ວິທີ​ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ກ້າວ​ໄປ​ເຖິງ​ການ​ສ້າງ COC ​​ໂດຍໄວ.

ຂ່າວ/ບົດ​ອື່ນ