ຊຸກຍູ້ການສົ່ງເສີມລົງການທຶນ ຫວຽດນາມ - ອາຟະລິກາໃຕ້

(VOVWORLD) -ວັນທີ 12 ຕຸລາ, ສະຖານທູດຫວຽດນາມ ປະຈຳອາຟະລິກາໃຕ້, ແຂວງວິງຟຸກ ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳ Johannesburg (JCCI) ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາສົ່ງເສີມການລົງທຶນສອງຝ່າຍ ຢູ່ນະຄອນ Johannesburg.

ຊຸກຍູ້ການສົ່ງເສີມລົງການທຶນ ຫວຽດນາມ - ອາຟະລິກາໃຕ້ - ảnh 1 ຊຸກຍູ້ການສົ່ງເສີມລົງການທຶນ ຫວຽດນາມ - ອາຟະລິກາໃຕ້

(ພາບ: Vietnam+)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາຟະລິກາໃຕ້ ວູວັນຢຸງ ເນັ້ນໜັກວ່າ ອາຟະລິກາໃຕ້ ແມ່ນພື້ນຖານເສດຖະກິດໃຫຍ່ສຸດຂອງທະວີບອາຟະລິກາ ໃນຂະນະທີ່ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນດ້ວຍຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ສະນັ້ນ, ເລື່ອງການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ກໍ່ຄື ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ເຊື່ອມຕໍ່ວິສາຫະກິດລະຫວ່າງ ຫວຽດນາມ ແລະ ອາຟະລິກາໃຕ້ ແມ່ນຈຳເປັນທີ່ສຸດ. ດັ່ງນັ້ນ, ກອງປະຊຸມສຳມະນາສົ່ງເສີມການລົງທຶນ ຫວຽດນາມ - ອາຟະລິກາໃຕ້ ແລະ ນະຄອນ Johannesburg - ແຂວງວິງຟຸກ ໃນຄັ້ງນີ້ນຳມາເຊິ່ງບັນດາໝາກຜົນຢ່າງແທດຈິງ ໃຫ້ບັນດາຝ່າຍທີ່ເຂົ້າຮ່ວມ, ຜ່ານນັ້ນປະກອບສ່ວນສຳຄັນເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມື ຫວຽດນາມ - ອາຟະລິກາໃຕ້ ໃນໄລຍະຈະມາເຖິງເລິກເຊິ່ງຂຶ້ນຕື່ມ. ພ້ອມກັນນັ້ນກໍ່ຮຽກຮ້ອງບັນດາວິສາຫະກິດອາຟະລິກາໃຕ້ ແລະ ນະຄອນ Johannesburg ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ເວົ້າລວມ ແລະ ແຂວງວິງຟຸກເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ