ທ່ານ ຫງວຽນງອກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາແລະ ທ່ອງທ່ຽວ ຫວຽດນາມ ແລະ ທ່ານນາງ Daniel Herman, ລັດຖະມົນຕີກະຊວງ
ວັດທະນະທຳ ເຊັກໂກ
|
(vovworld)- ໃນຂອບເຂດການຢ້ຽມຢາມ ແລະ ເຂົ້າຮ່ວມພິທີອັດປີວັດທະນະທຳຫວຽດນາມ ຢູ່ ສ. ເຊັກໂກ, ວັນທີ 13/6, ທ່ານ ຫງວຽນງອກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາແລະ ທ່ອງທ່ຽວ ຫວຽດນາມ ໄດ້ມີການເຮັດວຽກກັບທ່ານນາງ Daniel Herman, ລັດຖະມົນຕີກະຊວງວັດທະນະທຳ ເຊັກໂກ. ນະທີ່ນີ້, ຝ່າຍຫວຽດນາມ ໄດ້ສະເຫນີ ເພີ່ມທະວີການແລກປ່ຽນບັນດາກອງສິລະປະກອນລະຫວ່າງສອງປະເທດ ແລະ ສົ່ງນັກສຶກສາຫວຽດນາມ ໄປຮ່ຳຮຽນບັນດາຂົງເຂດທີ່ເຊັກໂກ ມີທ່າແຮງ. ທ່ານລັດຖະມົນຕີ ວັດທະນະທຳ ເຊັກໂກ ໄດ້ຕີລາຄາສູງແນວຄວາມຄິດຂອງຫວຽດນາມ ກ່ຽວກັບເລື່ອງຈັດຕັ້ງປີວັດທະນະທຳຫວຽດນາມ ຢູ່ ເຊັກໂກ 2015 ເນື່ອງໃນໂອກາດສະເຫລີມສະຫລອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ແລະ ຖືວ່າ ເຫດການນີ້ໄດ້ດຶງດູດຄວາມສົນໃຈຂອງປະຊາຊົນເຊັກໂກເປັນຈຳນວນຫລວງຫລາຍ, ປະກອບສ່ວນໂຄສະນາພາບພົດຂອງຫວຽດນາມ ຢູ່ ເຊັກໂກ.
ທີ່ການເຮັດວຽກກັບລັດຖະມົນຕີພັດທະນາເຂດ Karla Slechtova, ສອງຝ່າຍເຫັນດີເປັນເອກະພາບນຳກັນ ສະເຫນີລັດຖະບານ ພິຈາລະນາຫັນບັນດາລະບຽບການຂໍວິຊາໃຫ້ງ່າຍດາຍກວ່າ ກໍຄືເປີດສາຍການບິນໂດຍກົງເຊື່ອມຕໍ່ນະຄອນຫລວງສອງປະເທດ, ສ້າງເງື່ອນໄຂໃຫ້ພົນລະເມືອງສອງປະເທດໄປມາທຳມາຫາກິນຮ່ຳຮຽນ, ທັດສະນະສຶກສາ, ທ່ອງທ່ຽວ ຫລາຍກວ່າອີກ.
ຕອນບ່າຍວັນດຽວກັນ, ທ່ານລັດຖະມົນຕີ ຫງວຽນງອກທ້ຽນ ເຂົ້າຮ່ວມພິທີອັດປີວັດທະນະທຳຫວຽດນາມ ຢູ່ ເຊັກໂກ.
ຫຶວບີງ, ນັກຂ່າວ VOV ປະຈຳເຊັກໂກ