ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງບັນດາປະເທດອາຊີ - ອາຟະລິກາ

ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງບັນດາປະເທດອາຊີ - ອາຟະລິກາ - ảnh 1
(ພາບປະກອບ)

(vovworld) – ​ໃນ​ຂອບ​ເຂດ​ບັນດາ​ເຫດການ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ກອງ​ປະຊຸມ​ອາຊີ - ອາ​ຟະ​ລິ​ກາ ​ໃນ​ທ້າຍ​ເດືອນ 04, ກອງ​ປະຊຸມ​ຂັ້ນ​ສູງ​ດຳ​ເນີນ​ທຸລະ​ກິດ​ອາຊີ - ອາ​ຟະ​ລິ​ກາ ຈະ​​ຈັດ​ຂຶ້ນ​ຢູ່ ຈາ​ກາກ​ຕາ, ​ໃນ​ລະຫວ່າງ​ວັນ​ທີ 21 – 22/04. ກະຊວງ​ການ​ຕ່າງປ​ະ​ເທດ ພ້ອມ​ກັບ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ (Kadin) ອິນ​ໂດ​ເນ​ເຊຍ ສົມທົບ​ກັນ​ຈັດ​ຕັ້ງ. ວັນ​ທີ 02/04, ທ່ານ​ຮອງ​ປະທານ​ຫ້ອງການ​ການ​ຄ້າ​ອິນ​ໂດ​ເນ​ເຊຍ ​ແລະ ປະທານ​ຄະນະ​ກຳມະການ​ກອງ​ປະຊຸມ​ຂັ້ນ​ສູງ​ດຳ​ເນີນ​ທຸລະ​ກິດ​ອາຊີ - ອາ​ຟະ​ລິ​ກາ Noke Kiroyan ​ໃຫ້​ຮູ້​ວ່າ, ກອງ​ປະຊຸມ​ຈະ​ສຸມ​ໃສ່​ແກ້​ໄຂ 4 ຂົງ​ເຂດ​ບຸລິມະສິດ​ໂດຍ​ລັດຖະບານ​ອິນ​ໂດ​ເນ​ເຊຍ ຍົກ​ອອກ​ມາ, ​ເຊິ່ງລວມມີ: ​ເສດຖະກິດ​ພື້ນຖານ​ໂຄງ​ລ່າງ, ການ​ຄ້າ​ລະຫວ່າງ​ບັນດາ​ປະ​ເທດ​​ໃນ​ພາກ​ພື້າອາຊີ ​ແລະ ອາ​ຟະ​ລິ​ກາ, ດຳ​ເນີນ​ທຸລະ​ກິດ​ກະສິກຳ ​ແລະ ການ​ເດີນ​ທະ​ເລ - ທະ​ເລ.

ຂ່າວ/ບົດ​ອື່ນ