ຊຸກຍູ້ການຮ່ວມມື ສະພາແຫ່ງຊາດຫວຽດນາມ ກັບ ລັດຖະສະພາຝະລັ່ງ

ຊຸກຍູ້ການຮ່ວມມື ສະພາແຫ່ງຊາດຫວຽດນາມ ກັບ ລັດຖະສະພາຝະລັ່ງ - ảnh 1
ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ Huynh Ngoc Son (ເບື້ອງຂວາ)


vovworld- ​ໃນ​ລະຫວ່າງ​ວັນ​ທີ 23 ຫາ 25/9, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມໂດຍທ່ານຮອງ ປະທານສະພາແຫ່ງຊາດຫວຽດນາມ Huynh Ngoc Son ເປັນຫົວໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ຝະລັ່ງແນໃສ່ເພີ່ມທະວີ ແລະ ຊຸກຍູ້ສາຍພົວພັນ ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ, ປະກອບສ່ວນ​ສ້າງສາ​ຍພົ​ວພັນ​ຮ່ວມ​ມື​ຍາວ​ນານ ​ແລະ ມີ​ປະສິດທິ​ຜົນ​ລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​ສືບ​ຕໍ່​ຊຸກຍູ້​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຊຶ່ງ​ກັນ ​ແລະ ກັນ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ກັບ ລັດຖະສະພາ​ຝະລັ່ງ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ຄະນະ​ໄດ້​ມີ​ການ​ເຈລະຈາ​ກັບ​ຮອງ​ປະທານ​ຜູ້​ທີ່ 1 ສະພາ​ຕ່ຳ​ຝະລັ່ງ, ​ເຮັດ​ວຽກ​ກັບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຝະລັ່ງ, ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ຕ່ຳຝະລັ່ງ.........

     ທີ່​ບັນດາ​ການ​ພົບ​ປະ​ເຮັດວຽກ,ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ Huynh Ngoc Son ​ໄດ້​ເນັ້ນ​ໜັ້ກ​ເຖິງ​ເລື່ອງ​ຫວຽດນາມ​ສືບ​ຕໍ່​ຍູ້​ແຮງ​ກິດຈະການ​ປ່ຽນ​ແປງ​ໃໝ່​ດ້ວຍ​ໝາກຜົນ​ອັນ​ດີງາມ, ​ເສດຖະກິດ​ພັດທະນາ, ຮັບປະກັນ ສະຖຽນລະ​ພາບ​ທາງ​ດ້ານ​ການ​ເມືອງ ​ແລະ ການປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​. ຫວຽດນາມ​ພວມ​ເພີ່​ມທະວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ​ເປີດ​ກ້ວາງ​ອອກ​ສູ່​ທຸກໆ​ຂົງ​ເຂດ​ທີ່​ແຕກ​ຕ່າງ​ກັນ​, ເປັນຕົ້ນ​ແມ່ນ​ໃນຂົງ​ເຂດ ການປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​.

     ທ່ານ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຝະລັ່ງ Jean Ives Le Drian ສະ​ແດງ​ຄວາມ​ຫວັງ​ຢາກ​ໃຫ້​ຫວຽດນາມ​ສະໜັບ​ໜູນ​ຝະລັ່ງ​ເຂົ້າ​ຮ່ວມ​ກົນ​ໄກ​ບັນດາ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ອາຊຽນ. ຕາມ​ທ່ານ​ແລ້ວ, ການ​ພົວພັນ​ດ້ານ ການປ້ອງ​ກັນຊາ​ດລະຫວ່າງ​ຝະລັ່ງ-ຫວຽດນາມ​ຍາມ​ໃດ​ກໍ​ດຳ​ເນີນ​ໄປ​ດ້ວຍ​ດີ ​ແລະ 2 ຝ່າຍ​ຄວນ​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ລະ​ອຽດ​ເພື່ອ​ພັດທະນາ​ການ​ພົວພັນ​ລະຫວ່າງ 2 ຝ່າຍ​ໃຫ້​ດີ​ຍິ່ງໆ​ຂຶ້ນ.
ຂ່າວ/ບົດ​ອື່ນ