ຊຸກຍູ້ ແລະ ປົກປ້ອງສິດທິມະນຸດໃນໄລຍະປ່ຽນແປງໃໝ່ຢູ່ ຫວຽດນາມ

(VOVWORLD) - ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ ແລະ ຜູ້ແທນໄດ້ເຮັດແຈ້ງຄວາມໝາຍ, ຄຸນຄ່າຍຸກສະໄໝຂອງຖະແຫຼງການໂລກກ່ຽວກັບສິດທິມະນຸດ ແລະ ຄວາມໝາຍສຳລັບ ຫວຽດນາມ
ຊຸກຍູ້ ແລະ ປົກປ້ອງສິດທິມະນຸດໃນໄລຍະປ່ຽນແປງໃໝ່ຢູ່ ຫວຽດນາມ - ảnh 1 (ທີ່ກອງປະຊຸມສຳມະນາ)

        ຕອນເຊົ້າວັນທີ 08 ທັນວາ, ຢູ່ ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ “ຜົນງານໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດໃນໄລຍະປ່ຽນແປງໃໝ່ຢູ່ ຫວຽດນາມ”.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານສາດສະດາຈານ, ປະລິນຍາເອກ ເລວັນເລີ້ຍ, ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ໄດ້ເນັ້ນໜັກເຖິງທັດສະນະຂອງພັກກອມມູນິດ ຫວຽດນາມ ກ່ຽວກັບສິດທິມະນຸດ, ສິດພົນລະເມືອງໄດ້ຮັບການຮັບຮອງ, ສືບທອດ ແລະ ພັດທະນາໃນບັນດາເອກະສານຂອງກອງປະຊຸມໃຫຍ່ຂອງພັກຜ່ານໄລຍະຕ່າງໆ.

        ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ ແລະ ຜູ້ແທນໄດ້ເຮັດແຈ້ງຄວາມໝາຍ, ຄຸນຄ່າຍຸກສະໄໝຂອງຖະແຫຼງການໂລກກ່ຽວກັບສິດທິມະນຸດ ແລະ ຄວາມໝາຍສຳລັບ ຫວຽດນາມ, ໂດຍສະເພາະແມ່ນໃນການປະຕິບັດບັນດາເປົ້າໝາຍພັດທະນາກວມລວມ ແລະ ຍືນຍົງ, ເພື່ອມະນຸດ, ຖືມະນຸດເປັນໃຈກາງ, ທຸກຄົນເຂົ້າຮ່ວມ ແລະ ຊົມໃຊ້. ທ່ານຮອງສາດສະດາຈານ, ປະລິນຍາເອກ ເຕື່ອງຢຸຍກຽນ, ຫົວໜ້າສະຖາບັນສິດທິມະນຸດ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຖືວ່າ:

        “ຢາກປົກປ້ອງ, ຮັບປະກັນຜົນປະໂຫຍດຂອງປະຊາຊົນໃຫ້ເປັນຢ່າງດີ ຕ້ອງປະຕິບັດໜ້າທີ່ສຳຄັນທີ່ສຸດແມ່ນຍົກສູງຄວາມຮັບຮູ້ຂອງປະຊາຊົນ. ປະຊາຊົນຕ້ອງມີຄວາມເຂົ້າໃຈໄດ້ສິດຂອງຕົນ ແລະ ຢາກຮູ້ໄດ້ສິດນັ້ນຕ້ອງຜ່ານການໂຄສະນາ. ໂຄສະນາເພື່ອໃຫ້ຍົກສູງຄວາມຮັບຮູ້ຂອງສັງຄົມ, ຂອງປະຊາຊົນກ່ຽວກັບສິດ. ເມື່ອປະຊາຊົນ, ສ່ວນບຸກຄົນ, ພົນລະເມືອງຮູ້ໄດ້ຕົນເອງມີສິດໃດ ຈຶ່ງຈະສາມາດປົກປ້ອງສິດຂອງຕົນໄດ້. ”

ຕອບກັບ

ຂ່າວ/ບົດ​ອື່ນ