(ພາບ:.phapluattp.vn)
( vovworld ) – ຂໍ້ສະເໜີກ່ຽວກັບເຂດຫ້າມບິນຢູ່ຊີຣີ ຖືກຖືວ່າແມ່ນການ “ເກາະພິດ“ ແນ່ໃສ່ປະເທດຕາເວັນອອກກາງນີ້. ຕອບສຳພາດຕໍ່ນັກຂ່າວເມື່ອວັນທີ 20/8, ທ່ານນາງ Bouthaina Shaaban ທູດພິເສດຂອງປະທານາທິບໍດີຊີຣີ Bashar al Assad ຢືນຢັນວ່າ, ຊີຣີ ຈະບໍ່ຮັບຮູ້ບໍ່ວ່າການເກາະພິດໃດໆ ແລະ ຈະເດັດດຽວປົກປັກຮັກສາອະທິປະໄຕຂອງປະເທດຕົນ.
ໃນວັນດຽວກັນ, ກ່າວຄຳເຫັນທີ່ການພົບປະກັບທູດພິເສດຄົນໃໝ່ຂອງ ສປຊ ແລະ ສະຫະພັນອາຣັບ ກ່ຽວກັບສະພາບການຢູ່ຊີຣີ, ທ່ານ Lakhdar Brahimi, ທ່ານປະທານາທິບໍດີຝະລັ່ງ Francois Holland ເນັ້ນໜັກວ່າ ຈະບໍ່ອາດມີມາດຕະການການເມືອງໃຫ້ແກ່ສະພາບການຢູ່ຊີຣີ ໄດ້, ເວັ້ນເສຍແຕ່ປະທານາທິບໍດີຊີຣີ Bashar al Assad ຕ້ອງລາອອກຈາກຕຳແໜ່ງ. ໃນຂະນະນັ້ນ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດລັດເຊຍ ໄດ້ເວົ້າວ່າ, ມີແຕ່ສະພາຄວາມໝັ້ນຄົງ ສປຊ ຈຶ່ງຈະມີສິດນຳໃຊ້ກຳລັງຕ້ານຊີຣີ ເທົ່ານັ້ນ. ທ່ານເນັ້ນໜັກວ່າ, ປະເທດຕ່າງໆຄວນເຄົາລົບບັນດາຂໍ້ຕົກລົງບັນລຸໄດ້ໃນກອງປະຊຸມຈັດຂຶ້ນໃນເດືອນ 6 ທີ່ຜ່ານມາຢູ່ເຊີແນວ. ເມື່ອການໃຊ້ຄວາມຮຸນແຮງຖືກຢຸດຕິລົງຢູ່ປະເທດຊີຣີ, ປະເທດອື່ນຈຶ່ງຈະສາມາດຄິດໄລ່ເຖິງການເຈລະຈາກ່ຽວກັບການສ້າງຕັ້ງລັດຖະບານຊົ່ວຄາວຢູ່ປະເທດນີ້ໄດ້.