ຊາວຫວຽດນາມແລະໂລກຕ້ອນຮັບປີໃຫມ່2015

ຊາວຫວຽດນາມແລະໂລກຕ້ອນຮັບປີໃຫມ່2015 - ảnh 1
ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ປີ​ໃຫມ່2015ຢູ່​ຮ່າ​ໂນ້ຍ
ພາບ:vov

(vovworld)- ຕອນ​ຄ່ຳ​ວັນ​ທີ 31/12, ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ປີ​ໃຫມ່2015 ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ​ຢູ່​ບັນ​ດາ​ນະ​ຄອນ​ໃຫຍ່​ຂອງ​ຫວຽດ​ນາມ. ຢູ່​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ໄດ້​ຈັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ​ມາ​ຕ້ອນ​ຮັບ​ປີ​ໃຫມ່. ຢູ່​ນະ​ຄອນ​ໂຮ່​ຈິ​ມີນ, ບັນ​ດາ​ຖະ​ຫນົນ​ໃຈ​ກາງ​ນະ​ຄອນ​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ຢ່າງ​ສວຍ​ງາມ. ຊາວ​ນະ​ຄອ​ນ​ໂຮ່​ຈີ​ມີນ ພ້ອມ​ກັບ​ຊາວ​ຕ່າງ​ປະ​ເທດ​ໄດ້​ຕ້ອນ​ຮັບ​ປີ​ໃຫມ່​ຢ່າງ​ເບິກ​ບານ​ມ່ວນ​ຊື່ນ. ທ່ານ Phillip Brown, ຊາວ​ອາ​ເມ​ລິ​ກາ ໄດ້​ແບ່ງ​ປັນ​ວ່າ:​

“ຂ້າ​ພະ​ເຈົ້າ​ດຳ​ລົງ​ຊີ​ວິດ​ຢູ່​ຫວຽດ​ນາມ​ມາ​ເປັນ​ເວ​ລາ 3 ປີ​ແລ້ວ. ບັນ​ຍາ​ກາດ​ຕ້ອນ​ຮັບ​ປີ​ໃຫມ່​ຄືມື້ນີ້​ແມ່ນ​ຈ​ຸດ​ເວ​ລາ​ພິ​ເສດ​ສຳ​ລັບ​ທຸກ​ຄົນ. ບັນ​​ຍາ​ກາດ​ຕ້ອນ​ຮັບ​ປີ​ໃຫມ່​ຢູ່​ທີ່ນີ້​ຟົດ​ຟື້ນ​ມ່ວນ​ຊ​ື່ນ​ທີ່​ສຸດ. ກ້າວ​ເຂົ້າ​ສູ່​ປີ​ໃຫມ່ ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ໃຫ​້​ທຸກ​ຄົນ​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ວຽກ​ງານ​ຂອງ​ຕົນ.”

ຕອນ​ຄ່ຳ​ວັນ​ດ​ຽວ​ກັນ, ຢູ່ ນະ​ຄອນ ເກີນ​ເທີ, ດາ​ຫນັງ ກໍ​ໄດ້​ຈັດ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພິ​ເສດ​ເພື່ອ​ຕ້ອນ​ຮັບ​ປີ​ໃຫມ່​ຢ່າງ​ເບິກ​ບາດ​ມ່ວນ​ຊື່ນ.

        ພ້ອມ​ກັບ​ປະ​ຊາ​ຊົນ​ຫວຽດ​ນາມ, ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ທົ່ວ​ໂລກ​ກໍ​ໄດ້​ຕ້ອນ​ຮັບ​ປີ​ໃຫມ່ 2015 ຢ່າງ​ເບິກ​ບານ​ມ່ວນ​ຊື່ນ. ຢູ່​ນະ​ຄອນ ນິວຢອກ ສະ​ຫະ​ລັດ​ອາ​ເມ​ລິ​ກາດ, ຢູ່ ສະ​ຫນາມ​ຫລວງ Times ໄດ້​ຈັດ​ງານ​ລາ​ຕີພິ​ເສດ ​ຕ້ອນ​ຮັບ​ປີ​ໃຫມ່ 2015 ໄດ້​ດຶງ​ດູດ​ການ​ຕິດ​ຕາມ​ຮັບ​​ຟັງ, ຮັບຊົມ​ຂອງ​ຊາວ ອາ​ເມ​ລິ​ກາ ເກືອບ 200 ລ້ານ​ຄົນ ແລະ ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ທົ່ວ​ໂລກ​ປະ​ມານ 1 ຕື້​ຄົນ ຜ່ານ​ໂທ​ລະ​ພາບ ແລະ ວິ​ທະ​ຍຸ. ກໍ​ເຊັ່ນ​ດຽວ​ກັນ​ກັບ ອາ​ເມ​ລິ​ກາ, ​ຢູ່​ນະ​ຄອນ​ຫລວງ​ຂອງ​ບັນ​ດາ​ປະ​ເທດ​ຄື ເຢຍ​ລະ​ມັນ, ຈ​ີນ, ສະ​ຫະ​ພັນ​ລັດ​ເຊຍ, ປະ​ຊາ​ຊົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ໃຈ​ກາງ​ນະ​ຄອນ​ເພື່ອ​ຕ້ອນ​ຮັບ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ.

ເນື່ອງ​ໃນ​ໂອ​ກາດ​ປີ​ໃຫມ່ 2015, ທ່ານປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ V. Putin ໄດ້​ສົ່ງ​ສານ​ເຖິງທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ໂດຍ​ຢືນ​ຢັນ: ມົດ​ສະ​ກູ ພວມ​ຊອກ​ຫາ​ຄວາມ​ສະ​ເຫມີ​ພາບ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ ກັບ ວໍ​ຊິງ​ຕັນ.

ເມື່ອ​ແລກ​ປ່ຽນ​ສານອວຍ​ພອນ​ກັບ​ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V. Putin ຢືນ​ຢັນ ປີ 2015 ຈະ​ນຳ​ມາ​ເຊິ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ໃຫມ່​ໃຫ້​ແກ່​ການ​ຮ່ວມ​ມື​ສອງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ໝັ້ນ​ໝາຍ​ຈະ​ຮ່ວມ​ມື​ກັບ​ການ​ນຳ​ຈີນ ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ກໍ​ຄື​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຮ້ອນ​ເຮັ່ງ​ຂອງ​ພາກ​ພື້ນ ແລະ ໂລກ.

ຂ່າວ/ບົດ​ອື່ນ