ຊາວອົບພະຍົບກວ່າ700ຄົນອາດຖືກເສຍຊີວິດຍ້ອນກ່ຳປັ່ນຖືກຈົມນ້ຳຢູ່ທະເລເມດີເຕຣາເນ

ຊາວອົບພະຍົບກວ່າ700ຄົນອາດຖືກເສຍຊີວິດຍ້ອນກ່ຳປັ່ນຖືກຈົມນ້ຳຢູ່ທະເລເມດີເຕຣາເນ - ảnh 1
(ພາບ​ປະ​ກອບ: THX/TTXVN)

(vovworld) - ວັນ​ທີ 29/05, ຂ້າ​ຫຼວງ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດດ້ານຊາວ​ອົບ​ພະ​ຍົບ​ແຫ່ງ (UNHCR) ໃຫ້​ຮູ້​ວ່າ, ຊາວ​​ອົບ​ພະ​ຍົບ​ກວ່າ 700 ຄົນ​ອາດ​​ຈະຖືກ​ເສຍ​ຊີ​ວິດ ຍ້ອນ​ກ່ຳ​ປັ່ນ​ຖືກ​ຈົມ​ນ້ຳຢູ່​ທະ​ເລເມ​ດີ​ເຕ​ຣາ​ເນ, ນອກ​ຝັ່ງ​ທະ​ເລ ລີ​ບີ ໃນ 2 – 3 ວັນ​ມໍ່ໆ​ມານ​ີ້. ຕາມ​ໂຄ​ສົກ​ຂອງ UNHCR ທ່ານ Carlotta Sami ແລ້ວ, ຄາດ​ວ່າ​ອາດ​ຈະ​ມີ​ຊາວ​ອົບ​ພະ​ຍົບ 700 ຄົນ​ເສຍ​ຊີ​ວິດ​ໃນ​ເຫດ​ກ່ຳ​ປັ່ນຖືກ​ຈົນ​ນຳ​້ 3 ຄັ້ງ ໃນ​ອາ​ທິດ​ຜ່ານ​ມາ, ໃນ​ນັ້ນ​ມີ​ປະ​ມານ 500 ຄົນ​ຖືກ​ເສຍ​ຊີ​ວິດ ເມື່ອ​ກ່ຳ​ປັ່ນ​ຫາ​ປາ​ທີ່​​ຂົນ​ສົ່ງ​ເຂົາ​ເຈົ້າ​ຖືກ​ຈົມ​ນ້ຳ​ໃນ​ຕອນ​ເຊົ້າ​ວັນ​ທີ 26/05, ພາຍ​ຫຼັງ​ເດີນ​ທາງ​ອອກ​ຈາກ​ທ່າ​ກ່ຳ​ປັ່ນ​ແຫ່ງ​ໜຶ່ງ​ຂອງ​ລີ​ບີ ກ່ອນນັ້ນ​ໜຶ່ງວັນ. ກ່ຳ​ປັ່ນ​ລຳ​ນີ້​​ຂົນ​ສົ່ງ​ປະ​ມານ 670 ຄົນ, ໃນ​ນັ້ນ​​ຜູ້ລອດ​ຕາຍ​ມີ​ພຽງ 25 ຄົນ​, ສ່ວນ 79 ຄົນອື່ນ​​ແມ່ນໄດ້​​ຮັບ​ການກູ້​ເອົາ​ຊີ​ວິດ ແລະ ​ໄດ້​ຊອກ​ເຫັນຊາກ​ສົບ​​ຄົນ​ຕ​າຍ 15 ຄົນ.

ຂ່າວ/ບົດ​ອື່ນ