ຍົກສູງຄວາມສາມາດພັດທະນາ ຂະແໜງສິນໃນນ້ຳຫວຽດນາມ

ຍົກສູງຄວາມສາມາດພັດທະນາ ຂະແໜງສິນໃນນ້ຳຫວຽດນາມ - ảnh 1
(ພາບ​ປະກ​ອບ
)

(vovworld)-​ ກອງ​ປະຊຸມ​ສຳ​ມະ​ນາຍົກ​ສູງ​ຄວາມ​ສາມາດ​ພັດທະນາ​ຂະ​ແໜງ​ສິນ​ໃນ​ນ້ຳຫວຽດນາມ ​ໂດຍ​ກົມ​ຄຸ້ມ​ຄອງ​ຄຸນ​ນະພາ​ບຜະລິດຕະພັນ​ກະ​ເສດ, ​ເຄື່ອງປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ ສົມທົບ​ກັບ​ອົງການ​ພັດທະນາ​ອຸດສາຫະກຳ​ຂອງ ສປຊ ​ແລະ ອົງການ​ສົ່ງ​ເສີມ​ການ​ຄ້າ​ຍີ່ປຸ່ນ ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 21/3 ຢູ່​ຮ່າ​ໂນ້ຍ. ບັນດາ​ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາລ້ວນ​ແຕ່​ໃຫ້​ຂໍ້​ສັງ​ເກດວ່າ: ຫວຽດນາມ ມີ​ຄວາມ​ສາມາດ​ສິນ​ໃນ​ນ້ຳດ້ວຍ​ປະລິ​ມານຫຼາຍ ​ແລະ ຄະນນະພາ​ບດີ, ​ເປັນ​ປົກກະຕິ ດ້ວຍ​ຄຳໝັ້ນສັນຍາ​ດ້ານ​ຄຸນ​ນະພາ​ບ ຫຼັກ​ອະນາ​ໄມ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ ​ແລະ ຄວາມ​ຮັບຜິດຊອບ​ຮັບປະກັນ​ທາງ​ດ້ານສິ່ງ​ແວດ​ລ້ອມຈາກ​ລັດຖະບານ ​ແລະ ວິ​ສາ​ຫະກິດ. ທ່ານ​ຫງວຽນ​ຍືຕຽບ, ຫົວໜ້າ​ກົມ​ຄຸ້ມ​ຄອງ​ຄຸນ​ນະພາ​ບຜະລິດຕະພັນ​ກະ​ເສດ, ​ເຄື່ອງປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໃຫ້​ຮູ້​ວ່າ:

   “ການ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕະຫຼາດ​ນຳ​ເຂົ້າສິນ​ໃນນ້ຳ​ໄດ້ ​ ພວມ ແລະ ນັບ​ມື້​ນັບ​ປະ​ກັບ​ກັບູຄວາມ​ຫຍຸ້ງຍາກ​ກ່ວາ. ການ​ຕອບ​ສະໜອງ​ບັນດາ​ມາດຖານ​ສາກົນ ພິ​ເສດ​ແມ່ນ​ມາດຖານ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ ​ແມ່ນ​ວຽກ​ງານ​ພວກ​ເຮົາ​ຕ້ອງ​ປະ​ຕິ​ບັດ “

 

ຂ່າວ/ບົດ​ອື່ນ