ຍົກສູງຄວາມຮັບຮູ້ກ່ຽວກັບການພັດທະນາຢ່າງໝັ້ນຄົງໃນທ່າອ່ຽງໂລກາພິວັດ

ຍົກສູງຄວາມຮັບຮູ້ກ່ຽວກັບການພັດທະນາຢ່າງໝັ້ນຄົງໃນທ່າອ່ຽງໂລກາພິວັດ - ảnh 1
(ພາບ​ປະ​ກອບ)

(vovworld) - ວັນ​ທີ 20/09, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ​ລາຍ​ການ​ກະ​ທຳ​ເພື່ອ​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​​ແບບ​ຍືນ​ຍົງ​ຂອງ​ສ​ະ​ຫະ​ປະ​ຊາ​ຊາດ, ​ລາຍການ​ພັດ​ທະ​ນາ​ຊາວ​ໜຸ່ມ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊ​ີ ໄດ້​ສົມ​ທົບ​ກັບ​ບໍ​ລິ​ສັດ​ SEA Media ຈຳ​ກັດ ແລະ ສ​ູນ​ສື່​ສານ​ສັງ​ຄົມ ແລະ ປະ​ຊາ​ຄົມ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ລາຍ​ການ​ກະ​ທຳ​ເພື່ອ 17 ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງຂອງ​ສະ​ຫະ​ປະ​ຊາ​ຊາດ​ໄລ​ຍະ 2016 - 2030” ດ້ວຍ​ຫົວ​ຂໍ້ “ຂໍ້​ລິ​ເລີມ​ພັດ​ທະ​ນາ​ແບບ​ຍືນ​ຍົງ”. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຈຸດ​ປະ​ສົງ​ຍ​ົກ​ສູງ​ຄວ​າມ​ຮັບ​ຮູ້ກ່ຽວ​ກັບ 17 ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງຂອງ​ສະ​ຫະ​ປະ​ຊາ​ຊາດ​ໄລ​ຍະ 2016 – 2030; ພ້ອມ​ທັງ​ເນັ້ນ​ໜັກ​ ແລະ ຊຸກ​ຍູ້​​ລາຍການ​ກະ​ທຳ​ຂອງ​ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ທ່າ​ອ່ຽງ​ໂລ​ກາ​ພິ​ວັດ. ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໄດ້​ສຸ​ມ​ໃສ່ເຂົ້າ​ບັນ​ດາ​ມາດ​ຕະ​ຖານ​ກ່ຽວ​ກັບ​ການ​ຢຸດ​ຕິ​ຄວາມ​ອຶດ​ຫິວ, ທຸກ​ຍາກ; ປັບ​ປຸງ​ການ​ສຶກ​ສາ; ປົກ​ປັ​ກ​ຮັກ​ສາ​​ສິ່ງ​ແວ​ດ​ລ້ອມ, ການ​ທ່ອງ​ທ່ຽວ​ທະ​ເລ… ເພື່ອ​ປະ​ຕ​ິ​ບັດບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ແທດ​ຈິງ, ຢູ່​ຫວຽດ​ນ​າມ ບັນ​ດາ​ຜູ້​ແທນ​ໄດ້​ຢືນ​ຢັນ​ບົດ​ບາດຂອງ​ບັນ​ດາ​ຂໍ້​ລິ​ເ​ລີມກ່ຽວ​ກັບ​ທ່າ​ອ່ຽງ​ພັດ​ທະ​ນາ​ແບບ​ຍ​ືນ​ຍົງ ແມ່ນບັ້ນ​ເຄື່ອນ​ໄຫວ​ນຳ​ໜ້າ, ປະ​ກອບ​ສ່ວນ​ຍົກ​ສ​ູງ​ຄວ​າມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ​ຂອງ​ລັດ​ຖະ​ບານ, ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຄົມ ເພື່ອ​ນຳ​ມາ​ເຊິ່ງຄຸນ​ຄ່າ​ຍືນ​ຍົງ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຕາມ​ທ່າ​ອ່ຽງ​ໃໝ່.

ຂ່າວ/ບົດ​ອື່ນ