ຍົກສູງສະມັດຕະພາບ,ຄຸນນະພາບ ຜະລິດຕະພັນ ອຸດສາຫະກຳ

ຍົກສູງສະມັດຕະພາບ,ຄຸນນະພາບ     ຜະລິດຕະພັນ    ອຸດສາຫະກຳ	 - ảnh 1
ພາບປະກອບ: TTXVN



(vovworld) -  ​ທ່ານນາຍົກລັດຖະມົນຕີ ຫາກໍ່ປະກາດ​ໃຊ້​ຂໍ້​ຕົກລົງ​ອະນຸມັດ​ໂຄງການ“ຍົກ​ສູງ​ສະມັດ​ຕະພາບ ​ແລະ ຄຸນ​ນະພາ​ບຜະລິດ​ຕະພັນ, ສິນຄ້າ​ຂະ​ແຫນງ​ອຸດສາຫະກຳ” ທີ່​ຂຶ້ນ​ກັບ​ໂຄງການ​ແຫ່ງ​ຊາດ “ຍົກ​ສູງ​ສະມັດ​ຕະພາບ ​ແລະ ຄຸນ​ນະພາ​ບຜະລິດ​ຕະພັນ, ສິນຄ້າ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ຮອດ​ປີ 2020”. ຈຸດ​ໝາຍ​ລວມຂອງ​ໂຄງການ​ນັ້ນ​ແມ່ນ: ຍົກ​ສູງ​ສະມັດ​ຕະພາບ ​ແລະ ຄຸນ​ນະພາ​ບຜະລິດ​ຕະພັນ, ສິນຄ້າ​ອຸດສາຫະກຳ​ຫລັກ​ແຫ​ລ່ງ ບົນ​ພື້ນຖານ​ນຳ​ໃຊ້​ບັນດາ​ມາດ​ຕະການ​ຄຸ້ມ​ຄອງ, ນຳ​ໃຊ້​ວິທະຍາສາດ, ປ່ຽນ​​ໃຫມ່​ເຕັກ​ໂນ​ໂລ​ຊີ, ລົງທຶນ ​ເພື່ອສ້າງ​ການ​ຫັນປ່ຽນ​​ໂດຍ​ພື້ນຖານ​ຈາກ​ສະມັດ​ຕະພາບ, ຄຸນ​ນະພາ​ບ​ຕຳ່, ມູນ​ຄ່າ​ເພີ່ມ​ຕຳ່, ອຸດສາຫະກຳ​ຕຳ່ ມາ​ຍັງ​ສະມັດ​ຕະພາບສູງ, ຄຸນ​ນະພາ​ບ ​ແລະ ມູນ​ຄ່າ​ເພີ່ມ​ສູງ, ​ເຕັກ​ໂນ​ໂລ​ຊີ​ທີ່​ມີ​ລັກສະນະ​ວິທະຍາສາດ​ສູງ, ​ເພີ່ມ​ຄຸນຄ່າ​ສິນ​ຄ້າພາຍ​ໃນປະ​ເທດ, ປະກອບສ່ວນ​ຍົກ​ສູງ​ອັດຕາ​ສ່ວນ​ປະກອບ​ຂອງ​ສະມັດ​ຕະພາບ.

ຂ່າວ/ບົດ​ອື່ນ