ຍີ່ປຸ່ນສົ່ງເຈົ້າໜ້າທີ່ການທູດໄປສິງກະໂປ ເພື່ອກຳແໜ້ນສະພາບການຂອງການພົບປະສຸດຍອດ ອາເມລິກາ - ສປປ.ເກົາຫຼີ

(VOVWORLD) -ວັນທີ 19 ພຶດສະພາ, ລັດຖະບານຍີ່ປຸ່ນ ໃຫ້ຮູ້ວ່າ ຍີ່ປຸ່ນຈະສົ່ງນັກການທູດຂັ້ນສູງໄປສິງກະໂປ ເພື່ອເກັບກຳຂໍ້ມູນຂ່າວສານ ເມື່ອອາເມລິກາ ແລະ ສປປ.ເກົາຫຼີ ດຳເນີນການພົບປະສຸດຍອດ ຄັ້ງປະຫວັດສາດໃນເດືອນມິຖຸນາຈະມາເຖິງ.

ທ່ານ Kenji Kanasugi, ຫົວໜ້າພະແນກບັນດາບັນຫາຢູ່ອາຊີ ແລະ ໂອເຊອານີ ຂຶ້ນກັບກະຊວງການຕ່າງປະເທດຍີ່ປຸ່ນ, ຈະນຳໜ້າຄະນະຕິດຕໍ່ພົວພັນ ທີ່ຖືກສົ່ງໄປສິງກະໂປ ໃນໄລຍະດຳເນີນການພົບປະລະຫວ່າງ ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong Un ໃນວັນທີ 12 ມິຖຸນາ ຈະມາເຖິງ.

ຍີ່ປຸ່ນພວມຫວັງຢາກອີງໃສ່ການຜັນແປຢ່າງຕັ້ງໜ້າໃນໄລຍະມໍ່ໆມານີ້ຢູ່ແຫຼມເກົາຫຼີ ເພື່ອແກ້ໄຂບັນຫາບັນດາພົນລະເມືອງຍີ່ປຸ່ນຖືກ ສປປ.ເກົາຫຼີລອບຈັບຕົວແຕ່ຊຸມປີ 1978 – 1980.

ຕອບກັບ

ຂ່າວ/ບົດ​ອື່ນ