ຍີ່ປຸ່ນແລະຈີນຈະເຊື່ອມຕໍ່ຮອບເຈລະຈາດ້ານເສດຖະກິດຂັ້ນນັກວິຊາການໂດຍໄວ

ຍີ່ປຸ່ນແລະຈີນຈະເຊື່ອມຕໍ່ຮອບເຈລະຈາດ້ານເສດຖະກິດຂັ້ນນັກວິຊາການໂດຍໄວ - ảnh 1
(ພາບປະກອບ)

​​(vovworld) - ຍີ່​ປຸ່ນ​​ແລະ​ຈີນ​ຈະ​ເຊື່ອມ​ຕໍ່​ຮອບ​ເຈລະຈາ​ດ້ານ​ເສດຖະກິດ​ຂັ້ນ​ນັກວິຊາການ​ຢູ່​ປັກ​ກິງ ​ໃນ​ວັນ​ທີ 27/07 ຈະ​ມາ​ເຖິງໂດຍ​ໄວ, ພາຍຫຼັງ​ຖືກ​​ໂຈະ​ໄວ້​ມາເປັນ​​ເວລາ 4 ປີ. ​ເຫດການ​ນີ້​ໄດ້​ຮັບ​ຄວາມ​ຫວັງ​ວ່າ​ຈະ​ເປີດ​ເສັ້ນທາງ​ໃຫ້​ທຸກການ​ເຈລະຈາ​ທີ່​ຄ້າຍ​ຄື​ກັນ​ຂັ້ນ​ລັດຖະມົນຕີ​ລະຫວ່າງ 2 ປະ​ເທດ.

        ​ໃນ​ການ​ເຈລະຈາ​ທີ່​ຈະ​ມາ​ເຖິງ, ຄະນະ​ເຈລະຈາ 2 ຝ່າຍ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ເສດຖະກິດ​ທີ່​ຕ່າງຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ບັນດາວິທີການ​ຮ່ວມ​ມືຫຼາຍ​ຝ່າຍ ຜ່ານ​ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ​ຄື: ອົງການ​ການ​ຄ້າ​​ໂລກ. ຮອບ​ເຈລະຈາຄັ້ງ​ນີ້​ແມ່ນ​ນອນ​ໃນຂອບ​ເຂດ​ການ​ເຈລະຈາ​ເສດຖະກິດ​ຂັ້ນ​ສູງ​ລະຫວ່າງ​ຍີ່ປຸ່ນ ​ແລະ ຈີນ, ​ເຊິ່ງ​ໄດ້​ເລີ່ມ​ເຄື່ອນ​ໄຫວ​ເມື່ອ​ປີ 2007. ​

ຂ່າວ/ບົດ​ອື່ນ