ຍີ່ປຸ່ນ ສົ່ງຮອງລັດຖະມົນຕີການຕ່າງ ປະເທດໄປຈີນ
(ພາບ:voatiengviet.com)
(vovworld)- ລັດຖະບານຍີ່ປຸ່ນ ໄດ້ຕົກລົງສົ່ງທ່ານ Chikao Kawai ຮອງລັດຖະມົນຕີການຕ່າງປະເທດໄປຈີນ ໃນເວລາ 2 ວັນເພື່ອແນໃສ່ຊອກຫາມາດຕະການຫລຸດຜ່ອນຄວາມເຄັ່ງຕຶງລະຫວ່າງສອງປະເທດທີ່ກ່ຽວຂ້ອງເຖິງເຂດໝູ່ເກາະພິພາດກັນ Sekaku, ຊື່ງຝ່າຍຈີນເອີ້ນວ່າຕ້ຽວອີ ເມື່ອຕອນບ່າຍວັນທີ 24/9 ແລະ ໃນວັນທີ 25/9 ໄດ້ມີການເຈລະຈາກັບຄູ່ຕຳແໜ່ງຈີນ, ທ່ານຈາງຈືຈຸນ. ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາໃນສະພາບການທີ່ບໍ່ມີສັນຍານຫລຸດຜ່ອນຄວາມເຄັ່ງຕຶງໃນບັນຫາກ່ຽວຂ້ອງເຖິງເຂດໝູ່ເກາະ Sekaku ພາຍຫຼັງທີ່ຍີ່ປຸ່ນໄດ້ກ່າວຫາກຳປັ່ນລາດຕາເວນ 3 ລຳຂອງຈີນ ແຊກຊືມເຂົ້າເຂດທະເລຍີ່ປຸ່ນ ເມື່ອຕອນເຊົ້າວັນທີ 24/9. ໃນວັນດຽວກັນ, ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Osamu Fujimura ຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ ໃຫ້ຮູ້ວ່າ ຍີ່ປຸ່ນ “ໄດ້ຄັດຄ້ານຢ່າງແຮງ“ ຕໍ່ການແຊກຊືມເຂດນ່ານທະເລ ແລະ ຮຽກຮ້ອງໃຫ້ບັນດາກຳປັ່ນຂອງຈີນ ຕ້ອງອອກຈາກເຂດນ່ານທະເລຍີ່ປຸ່ນ ໂດຍທັນທີ.