ຍີ່ປຸ່ນ ແລະ ສິງຄະໂປ ຮຽກຮ້ອງແກ້ໄຂການພິ ພາດທະເລຕາເວັນອອກ ໂດຍສັນຕິ

ຍີ່ປຸ່ນ ແລະ ສິງຄະໂປ ຮຽກຮ້ອງແກ້ໄຂການພິ ພາດທະເລຕາເວັນອອກ ໂດຍສັນຕິ - ảnh 1
(ພາບປະກອບ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 8/9, ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Noda ​ແລະ ທ່ານ​ນາຍົກລັດຖະມົນຕີ ສິງ​ຄະ​ໂປ ຫຼີຊຽນຫຼົງ ໄດ້​ມີ​ການ​ພົບ​ປະ​ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປາ​ໄສ​ຮ່ວມມື​ເສດຖະກິດອາຊີ - ປາຊີ​ຝິກ. ທີ່​ການ​ພົບປະ, ນາຍົກລັດຖະມົນຕີ​ທັງ​ສອງ​ທ່ານ​ໄດ້​ຖື​ວ່າ ບັນຫາ​ພິພາດອະທິປະ​ໄຕ​ຢູ່ເຂດ​ທະ​ເລ​ຕາ​ເວັນ​ອອກ ລະຫວ່າງ​ຈີນ ​ແລະ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ພວມ​ໄດ້​ຮັບ​ຄວາມ​ສົມ​ໃຈ​ຈາກ​ປະຊາ​ຄົມ​ໂລກ. ນາຍົກລັດຖະມົນຕີ ສອງ​ທ່ານ​​ມີ​ຄວາມ​ຮັບ​ຮູ້​ລວມກ່ຽວ​ກັບຄວາມ​ສຳຄັນ​ຂອງ​ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ປົນ​ພື້ນຖານ​ປະຕິບັດ​ຕາມ​ກົດ​ໝາຍສາກົນ, ກອນ​ອື່ນ​ໝົດ​ແມ່ນ​ກົ​ດໝາຍວ່າ​ດ້ານ​ທະ​ເລ​ຂອງ​ສະຫະ​ປະຊາ​ຊາດ. ກ່ຽວຂ້ອງ​ເຖິາສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຢ່າງຮອບດ້ານ​ພາກ​ພື້ນ (RCER) ​ເພື່ອ​ແນ​ໃສ່​ສ້າງ​ເຂດ​ການ​ຄ້າ​ເສລີ​ລະຫວ່າງ 16 ປະ​ເທດ​ເຊິ່ງລວມມີ ອາ​ຊຽນ, ຍີ່ປຸ່ນ, ຈີນ, ອິນ​ເດຍ… ທ່ານ​ນາ​ຍົກ​ລັດຖະມົນ​ຕີ​ຍີ່ປຸ່ນ ​ແລະ ທ່ານ​ນາຍົກລັດຖະມົນຕີສິງຄະ​ໂປ ​​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ມານະ​ພະຍາຍາມ​​​ເພື່ອ​ແນ​ໃສ່​ເລີມຕົ້ນ​ການ​ເຈລະຈາ​ກ່ຽວ​ກັບສັນຍາ​ນີ້​ໃນ​ເດືອນ 11 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ