ຍີ່ປຸ່ນ ແລະ ສ.ເກົາຫຼີ ເຫັນດີເຊື່ອມຕໍ່ການເຈລະຈາດ້ານປ້ອງກັນຄວາມສະຫງົບ
(ພາບປະກອບ)
(vovworld) – ວັນທີ 04/04, ບັນດາແຫຼ່ງຂ່າວການທູດຈາກຍີ່ປຸ່ນ ແລະ ສ.ເກົາຫຼີ ໃຫ້ຮູ້ວ່າ, 2 ປະເທດໄດ້ເຫັນດີເຊື່ອມຕໍ່ການເຈລະຈາດ້ານປ້ອງກັນຄວາມສະຫງົບຄືນໃໝ່ໃນທ້າຍເດືອນ 04 ນີ້, ພາຍຫຼັກທີ່ຖືກໂຈະໄວມາແຕ່ດົນນານ, ເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການໃນແຫຼມເກົາຫຼີ ແລະ ພາກພື້ນອາຊີຕາເວັນອອກ. ໃນການພົບປະຢູ່ນະຄອນຫຼວງເຊີອູນ, ປະເທດສ.ເກົາຫຼີ ເມື່ອເດືອນ 03, ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງ 2 ປະເທດ ໄດ້ເຫັນດີຈັດຕັ້ງການເຈລະຈາໃນຈຸດເວລາໄວ້ສຸດທີ່ສາມາດເປັນໄປໄດ້. ຈຸດສຸມຂອງການເຈລະຈາຄັ້ງຈະມາເຖິງ ອາດຈະແມ່ນການຕີລາຄາຂອງຍີ່ປຸ່ນ ແລະ ສ.ເກົາຫຼີ ກ່ຽວກັບສະພາບການໃນປະຈຸບັນຢູ່ອາຊີຕາເວັນອອກ ແລະ ຈຸດທີ່ຄ້າຍຄືກັນໃນຫຼັກໝັ້ນຂອງ 2 ປະເທດກ່ຽວກັບບັນດາບັນຫາໃນພາກພື້ນ. ທ່ານຫົວໜ້າກົມອາຊີ - ທະເລໂອເຊອານີ ສັງກັດກະຊວງການຕ່າງປະເທດຍີ່ປຸ່ນ Junichi Ihara ແລະ ທ່ານຫົວໜ້າກົມອາຊີຕາເວັນອອກສ່ຽງເໜືອ ສັງກັດກະຊວງການຕ່າງປະເທດສ.ເກົາຫຼີ Lee Sang Deok ອາດຈະເຂົ້າຮ່ວມການເຈລະຈານີ້.