ຍ້ອງຍໍຊົມເຊີຍຊາວໜຸ່ມກອງທັບ,ຕຳຫຼວດ70ຄົນໄດ້ມີຜົນງານດີເດັ່ນ
(ພາບ: Minh Châu)
(vovworld) - ຊາວໜຸ່ມກອງທັບ, ຕຳ່ຫຼວດ 70 ຄົນ ໄດ້ຮັບການຍ້ອງຍໍຊົມເຊີຍທີ່ລາຍການພົບປະແລກປ່ຽນສິລະປະ: “ຄວາມໄວ້ເນື້ອເຊື່ອໃຈທີ່ຍືນຍົງຄົງຕົວຕະຫຼອດໄປ” ໄດ້ດຳເນີນໃນຕອນຄຳ່ວັນທີ 07/12 ຢູ່ຮ່າໂນ້ຍ, ແມ່ນບັນດາແບບຢ່າງດີເດັ່ນຂອງຊາວໜຸ່ມຕຳຫຼວດປະຊາຊົນ ແລະ ກອງທັບປະຊາຊົນທົ່ວປະເທດໃນການຮຳ່ຮຽນ ແລະ ປະຕິບັດຕາມຄຳສັ່ງສອນຂອງທ່ານປະທານໂຮ່ຈິມິນ, ໄລຍະ 2012-2014. ນີ້ແມ່ນບັນດາແບບຢ່າງທີ່ດີເດັ່ນໃນການປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບຜືນແຜ່ນດິນອັນຄົບຖ້ວນ, ປ້ອງກັນຄວາມສະຫງົບແຫ່ງຊາດ, ປົກປັກຮັກສາຄວາມເປັນລະບຽບຮ້ຽບຮ້ອຍທາງສັງຄົມໃນສະພາບການສາກົນມີການປ່ຽນແປງອັນໃຫຍ່ຫຼວງ ແລະ ເລິກເຊິ່ງຫຼາຍຢ່າງ. ທ່ານຈິ້ງດິງແທງ, ໂຮງຮຽນນາຍທະຫານປືນໃຫຍ່, ເຫຼົ່າຮົບປືນໃຫຍ່, ກອງທັບປະຊາຊົນຫວຽດນາມ, ໜຶ່ງໃນບັນດາແບບຢ່າງທີ່ໄດ້ຮັບການຍ້ອງຍໍຊົມເຊີຍໃນຄັ້ງນີ້, ແບ່ງປັ່ນວ່າ:
"ນີ້ແມ່ນຄວາມເອກອ້າງທະນົງໃຈ, ແມ່ນຄວາມໂຊກດີທີ່ໄດ້ຮັບການຮັບຮູ້ຈາກໝູ່ຄະນະ, ກົມກອງ. ນີ້ກໍ່ແມ່ນການລະດົມກຳລັງໃຈເພື່ອໃຫ້ຂ້າພະເຈົ້າສືບຕໍ່ປະຕິບັດງານ, ສູ້ຊົນໃນໄລຍະຈະມາເຖິງ. ເພື່ອສົມເປັນທະທານຂອງລຸງໂຮ່, ສິ່ງສຳຄັນກວ່າໝູ່ນັ້ນແມ່ນຕ້ອງມີນຳ້ໃຈຮັບຜິດຊອບໃນການຟືກອົບຮົມ, ກຽມພ້ອມສູ້ຮົບ ເພື່ອປະຕິບັດສຳເລັດວຽກງານທັງໝົດທີ່ໄດ້ຮັບມອບໝາຍ, ປະກອບສ່ວນກໍ່ສ້າງກອງທັບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການສ້າງສາ ແລະ ປົກປັກຮັກສາປະເທດຊາດ."