ຍອດລາຍຮັບຈາກການທ່ອງທ່ຽວປີ 2014 ແມ່ນສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ

ຍອດລາຍຮັບຈາກການທ່ອງທ່ຽວປີ 2014 ແມ່ນສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ - ảnh 1
ພາບປະກອບ:internet


(vovworld) –  ​ຍອດ​ລາຍ​ຮັບ​ຈາກ​ການທ່ອງທ່ຽວ​ປີ 2014 ​ແມ່ນ​ສູງ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​. ຂ່າວ​ຄາວດັ່ງກ່າວ​ໄດ້​ຍົກ​ອອກ​ທີ່​ການ​ປະຊຸມ​ຂ່າວ ​ເພື່ອ​ຄັດ​ເລືອກ  10 ​ເຫ​ດການ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ທີ່​ດີ​ເດັ່ນ​ໃນ​ປີ 2014 ​ເຊິ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/12ຢູ່​ຮ່າ​ໂນ້ຍ ​ໃຫ້​ເຫັນ​ວ່າ: ປີ 2014, ຍອດ​ລາຍ​ຮັບ​ຈາກ​ແຂກ​ທ່ອງ​ທ່ຽວ​ບັນລຸ 230.000 ຕື້​ດົ່ງ, ​ເພີ່ມ​ຂຶ້ນ 15% ​ເມື​່ອທຽບ​ກັບ​ປີ 2013 ​ແລະ ບັນລຸ​ລະດັບ​ສູງ​ທີ່​ສຸດນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ​ໃນ ປີ 2014, ການທ່ອງທ່ຽວ​ຫວຽດນາມ​ໄດ້​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ສາກົນ​ເກືອບ 8 ລ້ານ​ເທື່ອ​ຄົນ ( ​ເພີ່ມ​ຂຶ້ນ​ກ່ວາ 5,6% ​ເມື່ອ​ທຽບ​ກັບ​ປີ 2013). ການທ່ອງທ່ຽວ​ຫວຽດນາມ ບັນລຸ​ໄດ້​ຈຳນວນ​ລາຍ​ຮັບ​ດັ່ງ​ກ່າວ​ໃນ​ສະພາບ​ການ​ປີ 2014 ຕ້ອງ​ປະ​ເຊີນ​ໜ້າກັບ​ຄວາມ​ຫຍຸ້ງຍາກຫຼາຍ​ປະການ​ທີ່​ສົ່ງ​ຜົນ​ກະທົບ​ຫຼາຍ​ດ້ານເຖິງການ​ເຄື່ອນ​ໄຫວ​ການທ່ອງ ທ່ຽວ, ​ເຮັດ​ໃຫ້​ປະລິມານ​​ແຂກ​ທ່ອງ​ທ່ຽວ​ສາກົນ​ມາ​ຢ້ຽມຢາມ​ຫວຽດນາມ ຫລຸດ​ລົງ. ການທ່ອງທ່ຽວ​ຫວຽດນາມ ​ໄດ້​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ສະພາບ​ການ, ເພີ່ມ​ທະວີ​ການປະຕິ​ບັດ​ບັນດາ​ມາດ​ຕະການ​ຮີບ​ດ່ວນ ​ເພື່ອ​ໃຫ້​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ເປັນ​ປົກກະຕິ ​ແລະ ພັດທະນາ​ຄື: ​ເປີດ​ກ້ວາງການຕະຫຼາດ​ທ່ອງ​ທ່ຽວ​ຈຸດ​ສຸມ, ກະຕຸກ​ຊຸກຍູ້​ຄວາມ​ຕ້ອງການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ກັບ​ລາຍການ “ຊາວ​ຫວຽດນາມ​ບຸລິມະ ສິດ​ໄປ​ທ່ອງ​ທ່ຽວ ​ຫວຽດນາມ”.

 

 

ຂ່າວ/ບົດ​ອື່ນ