ທ່ານ ເລແທງລຽມ ແລະ ທ່ານ Omal Al Qenael ຕັດເຂົ້າໜົມເຄັກ
ພາບ:hochiminhcity.gov.vn
|
(vovworld) - ນັ້ນແມ່ນຄຳຢືນຢັນຂອງທ່ານ ເລແທງລຽມ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມີນ ທີ່ພິທີສະເຫລີມສະຫລອງ 53 ປີແຫ່ງວັນເອກະລາດລັດ ຄູເວດ, ໂດຍກົງສູນໃຫຍ່ ຄູເວດ ປະຈຳຫວຽດນາມ ຈັດຕັ້ງຂຶ້ນ ໃນວັນທີ 25/2 ໂດຍມີການເຂົ້າຮ່ວມຂອງການນຳ ນະຄອນໂຮ່ຈິມີນ, ບັນດາຄະນະທູຕານຸທູດ ແລະ ວິສາຫະກິດ ຫວຽດນາມ ແລະ ຄູເວດເປັນຈຳນວນຫລວງຫລາຍ. ທ່ານ ເລແທງລຽມ ມີຄວາມເຊື່ອໝັ້ນວ່າ: ດ້ວຍຄວາມສາມາດບົ່ມຊ້ອນ ແລະ ການພັດທະນາຢ່າງບໍ່ຢຸດຢັ້ງຂອງສອງປະເທດ, ການຮ່ວມມືສອງຝ່າຍທີ່ເປັນຫລາຍຮູບຫລາຍແບບລະຫວ່າງ ນະຄອນ ໂຮ່ຈິມິນ ແລະ ຄູເວດ ຈະພັດທະນາຢ່າງບໍ່ຢຸດຢັ້ງ. ເມື່ອເຕື້ອງເຖິງການພົວພັນລະຫວ່າງ ຄູເວດ ແລະ ຫວຽດນາມ, ທ່ານ Omal Al Qenael, ຫົວຫນ້າສະຖານກົງສູນໃຫຍ່ ຄູເວດ ປະຈຳຫວຽດນາມ ຢືນຢັນ: ສາຍພົວພັນລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນຫລາຍທົດສະວັດຜ່ານມາ, ສະແດງໃຫ້ເຫັນຜ່ານຫລາຍຂົງເຂດຮ່ວມມື. ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ ແລະ ຄູເວດ ໄດ້ພັດທະນາຢ່າງວອ່ງໄວ ດ້ວຍບັນດາຜົນງານທີ່ເປັນຫນ້າຊື່ນຊົມ, ບັນລຸປະມານ 740 ລ້ານ USD ໃນປີ 2013. ຫວັງວ່າ ຕົວເລກນີ້ຈະລື່ນກາຍ 1 ຕື້ USD ໃນຊຸມປີຈະມາເຖິງ.