ຍູ້ແຮງການຄ້າເອເລັກຕິນິກ, ເຊື່ອມຕໍ່ດີຈີຕອນໃນພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ

(VOVWORLD) -ເລື່ອງເດີນຕາມ ແລະ ສ້າງພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ສັນຕິພາບ, ຮ່ວມມື, ເສລີ, ເປີດກວ້າງ ແລະ ກວມລວມແມ່ນຄວາມຕ້ອງການທີ່ຮີບດ່ວນ.
ຍູ້ແຮງການຄ້າເອເລັກຕິນິກ, ເຊື່ອມຕໍ່ດີຈີຕອນໃນພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວດຢຸງ
(ພາບ: TTXVN)

ຕອນຄ່ຳວັນທີ 06 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວດຢຸງ ໄດ້ເຂົ້າຮ່ວມວາລະໄຊກອງປະຊຸມດຳເນີນທຸລະກິດມະຫາສະໝຸດອິນເດຍ-ປາຊີຟິກ ປີ 2021 ທາງອອນລາຍ ໂດຍກະຊວງການຕ່າງປະເທດອິນເດຍ ແລະ ສະຫະພັນອຸດສາຫະກຳອິນເດຍ ຮ່ວມກັນຈັດຕັ້ງຂຶ້ນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກວດຢຸງ ຖືວ່າ, ເລື່ອງເດີນຕາມ ແລະ ສ້າງພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ສັນຕິພາບ, ຮ່ວມມື, ເສລີ, ເປີດກວ້າງ ແລະ ກວມລວມແມ່ນຄວາມຕ້ອງການທີ່ຮີບດ່ວນ. ຍ້ອນເຫດນັ້ນ, ບັນດາປະເທດຄວນເພີ່ມທະວີການຮ່ວມມື, ແບ່ງປັນ ແລະ ຮັບປະກັນແຫຼ່ງສະໜອງວັກຊິນ, ຮັກສາບໍ່ປະໃຫ້ລະບົບການສະໜອງຖືກຂາດວັກຂາດຕອນ ແລະ ຫັນປ່ຽນພື້ນຖານເສດຖະກິດຕາມທິດປະດິດຄິດສ້າງ, ທັນສະໄໝ.

        ກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ອິນເດຍ, ທ່ານຮອງລັດຖະມົນຕີສະເໜີໃຫ້ 2 ປະເທດຈົ່ງເອົາໃຈໃສ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ພັດທະນາພື້ນຖານເສດຖະກິດດີຈີຕອນ, ຫັນແຫຼ່ງສະໜອງເປັນຫຼາຍຮູບຫຼາຍແບບເພື່ອຊູກຍູ້ການສົ່ງອອກ-ນຳເຂົ້າ ແລະ ພ້ອມກັນເຂົ້າຮ່ວມລະບົບການສະໜອງທົ່ວໂລກຢ່າງເລິກເຊິ່ງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ