ຫວຽດນາມ ແມ່ນປະເທດສົ່ງອອກສິນຄ້າເກີນດຸນໄປຍັງ
ຕະຫລາດ ອາຟຼິກາ, ຕາເວັນອອກກາງ
ພາບ:TTXVN
|
(vovworld)- ຄວາມສາມາດບົ່ມຊ້ອນການສົ່ງອອກສິນຄ້າໄປຍັງຕະຫລາດອາຟຼິກາ ແລະ ຕາເວັນອອກກາງແມ່ນໃຫຍ່ຫລວງແຕ່ຄວາມສ່ຽງກໍ່ບໍ່ແມ່ນຫນ້ອຍ. ນີ້ແມ່ນຄຳຢືນຢັນຂອງທ່ານ ເລທາຍຮ່ວາ, ຮອງຫົວຫນ້າກົມຕະຫລາດອາຟຼິກາ - ອາຊີຕາເວັນຕົກ ແລະ ອາຊີໃຕ້ (ສັງກັດກະຊວງອຸດສາຫະກຳ-ການຄ້າຫວຽດນາມ), ທີ່ກອງປະຊຸມສຳມະນາ“ຍູ້ແຮງການຮ່ວມມືສົ່ງເສີມການຄ້າ ແລະ ການລົງທຶນຫວຽດນາມ - ອາຟຼິກາ ແລະ ຕາເວັນອອກກາງ” ໂດຍກະຊວງດັ່ງກ່າວຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 11/6 ຢູ່ ຮ່າໂນ້ຍ. ຕາມທ່ານຮ່ວາແລ້ວ, ອາຟຼິກາ ແລະ ຕາເວັນອອກກາງ ແມ່ນຕະຫລາດສົ່ງອອກທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຂອງຫວຽດນາມ ດ້ວຍຄວາມຕ້ອງການບັນດາປະເພດສິນຄ້າສູງຄື: ສະບຽງອາຫານ, ຜະລິດຕະພັນກະເສດ, ສິນໃນນຳ້, ເຄື່ອງໃຊ້ສອຍ. ປະຈຸບັນ ຫວຽດນາມ ແມ່ນປະເທດສົ່ງອອກເກີນດຸນໄປຍັງຕະຫລາດ ອາຟຼິກາ, ຕາເວັນອອກກາງ ດ້ວຍວົງເງິນສົ່ງອອກປີ 2012 ບັນລຸເກືອບ 4,2 ຕື້ USD, ເພີ່ມຂຶ້ນ 65% ເມື່ອທຽບໃສ່ປີ 2011. ບັນດາອົງການຕາງຫນ້າ ແລະ ທູດການຄ້າຫວຽດນາມ ຢູ່ບັນດາປະເທດ ອາຟຼິກາ ແລະ ຕາເວັນອອກກາງ ຈະຍູ້ແຮງການສຳພັດກັບບັນດາວິສາຫະກິດ, ຄູ່ຮ່ວມມືນຳເຂົ້າສິນຄ້າຈາກຕ່າງປະເທດເພື່ອແນະນຳ, ຈ່າວຂາຍສິນຄ້າສົ່ງອອກຂອງຫວຽດນາມ ແລະ ສະຫນອງຂໍ້ມູນຂ່າວຕິດຕໍ່ພົວພັນຂອງບັນດາຄູ່ຮ່ວມມືໃຫ້ແກ່ບັນດາວິສາຫະກິດ, ສະຫະສະມາຄົມຂະແຫນງສິນຄ້າພາຍໃນປະເທດ.