ຍູ້ແຮງການຮ່ວມມືການປ້ອງກັນຊາດ 2 ປະເທດ ຫວຽດນາມ-ໄທ

ຍູ້ແຮງການຮ່ວມມືການປ້ອງກັນຊາດ 2 ປະເທດ ຫວຽດນາມ-ໄທ - ảnh 1
(ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ຕ້ອນຮັບທ່ານພົນ​ເອກ ປະ​ວິດ ວົງ​ສະ​ວັນ)

(vovworld)- ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ພົນ​ເອກ  ຟຸ່ງກວາງ​ແທງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາຊະ​ອານາຈັກ​ໄທ ​ໂດຍ​ທ່ານພົນ​ເອກ ປະ​ວິດ ວົງ​ສະ​ວັນ, ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ວ່າການ​ກະ​ຊວງ ປ້ອງ​ກັນ​ປະ​ເທດ ນຳ​ໜ້າ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ​ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 13-15/1/2015. ຕອນ​ເຊົ້າ​ວັນ​ທີ 14/1, ພາຍຫຼັງ​ພິທີ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາຊະ​ອານາຈັກ​ໄທ ​ໂດຍ​ທ່ານ​ພົນ​ເອກ ປະວິດ​ ວົງ​ສະ​ວັນ, ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ວ່າການ​ກະ​ຊວງປ້ອງ​ກັນ​ປະ​ເທດ ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ມີ​ການ​ພົບ​ປະເຈລະຈາ ກັບຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໂດຍ​ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ເປັນ​ຫົວໜ້າ​ຄະນະ. ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດພ້ອມ​ກັນ​ຕີ​ລາຄາ​ໝາກຜົນ​​ແຫ່ງການ​ຮ່ວມ​ມື​​​ປ້ອງ​ກັນຊາ​ດ 2 ຝ່າຍ​ໃນ​ໄລຍະ​ຜ່ານ​ມາ ​ແລະ ປຶກສາ​ຫາລື​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ການ​ປ້ອງ​ກັນຊາ​ດ​ໃນ​​ຂົງ​ເຂດຕ່າງໆ​ຄື: ການ​ແລກປ່ຽນ​ຄະນະຜູ້​ແທນ​, ການ​ບຳລຸງ​ສ້າງ​ພະນັກງານ, ການລາດຕະ​ເວນລວມບົນ​ທະ​ເລ…

        ​ໃນ​ໄລຍະ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາຊະ​ອານາຈັກ​ໄທ ​ ​ເຂົ້າ​ຢ້ຽມຄຳນັບ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ຕາມ​ພິທີການ​ທູດ ​ແລະ ຢ້ຽມຢາມ​ບາງ​ກົມ​ກອງ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ.

ຂ່າວ/ບົດ​ອື່ນ