ຍູ້ແຮງການຮ່ວມມືເສດຖະກິດ,ການຄ້າ,ວັດທະນະທຳຫວຽດນາມ-ອົດສະຕາລີ

ຍູ້ແຮງການຮ່ວມມືເສດຖະກິດ,ການຄ້າ,ວັດທະນະທຳຫວຽດນາມ-ອົດສະຕາລີ - ảnh 1


(vovworld) - ຢູ່ Sydney ​ແຕ່​ວັນ​ທີ 9-12/2, ສະຖານ​ກົງ​ສູນ​ໃຫຍ່​ຫວຽດນາມ ຢູ່ Perth ​​ໄດ້​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຊຸກຍູ້​ການ​ເພີ່ມ​ທະວີ​ການ​ພົວພັນ​ເສດຖະກິດ, ການ​ຄ້າ ​ແລະ ການ​ຮ່ວມ​ມື​ແລກປ່ຽນ​ວັດທະນະທຳ​ລະຫວ່າງ ຫວຽດນາມ ​ແລະ ​​ເຂດ​ອົດ​ສະ​ຕາລີ​ເຫນືອ. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ​ກັບທ່ານ ​ເລ​ວຽດຢວຽນ, ​ຫົວຫນ້າ​ກົງ​ສູນ​ໃຫຍ່​ຫວຽດນາມ, ການ​ນຳ​ບັນດາ​ກະຊວງ, ຂະ​ແຫນງ​ການ​ກ່ຽວຂ້ອງ​ຢູ່​​ເຂດ​​ ອົດ​ສະ​ຕາ​ລີ​ເຫນືອ ​ໄດ້​ເນັ້ນ​ຫນັກ​ເຖິງຄວາມປາດ​ຖະຫນາ​ຢາກ​ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ຫວຽດນາມ, ພິ​ເສດ ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ສຶກສາ, ພັດທະນາ​ກະສິກຳ, ການກໍ່ສ້າງ, ລົງທຶນ, ຂຸດ​ຄົ້ນ​ນຳ້ມັນ​ ​ແລະ ອາຍ​ແກ​ສ, ຊຸກຍູ້​ການ​ພົວພັນ​ແຮກສ່ຽວ​ລະຫວ່າງ ອົດ​ສະ​ຕາ​ລີ​ເຫນືອ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ​ກວ່າ​ອີກ. ຫົວຫນ້າ​ກົງ​ສູນ​ໃຫຍ່ ​ເລ​ວຽດຢວຽນ ​ໄດ້​ສະ​ເຫ​ນີ ຝ່າຍ​ອົດ​ສະ​ຕາ​ລີ​ເຫນືອ ​ສົມທົບ​ກັບ​ຫວຽດນາມ ຈັດ​ຕັ້ງ​ລາຍການ​ສະ​ແດງ​ສິລະ​ປະວັດ​ທະນະ​ທຳ, ​ເຊື່ອມ​ຕໍ່​ວັດທະນະທຳ ​ໄຕ​ງວຽນ ກັບ​ວັດທະນະທຳ​ ອົດ​ສະ​ຕາ​ລີ​ເຫນືອ ​ໃນ​ບັນດາ​ງານ​ບຸນ​ປະຈຳ​ປີ​ຂອງ​ທ້ອງ​ຖິ່ນ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ