ຍູ້ແຮງການໂຄສະນາກ່ຽວກັບລັດຖະທຳມະນູນປີ 2013

ຍູ້ແຮງການໂຄສະນາກ່ຽວກັບລັດຖະທຳມະນູນປີ 2013 - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 03/03, ຢູ່​ຮ່າ​ໂນ້ຍ, ຫ້ອງ​ວ່າ​ການ​ສະພາ​ແຫ່ງ​ຊາດ ​ແລະ ສະມາຄົມ​ນັກຮົບ​​ເກົ່າ​ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ໂຄສະນາ​ລັດຖະທຳ​ມະນູນ​ປີ 2013 ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້, ສະຕິ​ປະຕິບັດ ​ແລະ ກຳນົດ​​ແຈ້ງ​ໜ້າ​ທີ່​ຂອງ​ພະນັກງານ, ສະມາຊິກ​ສະມາຄົມ ​ໃນ​ການ​ຜັນ​ຂະຫຍາຍ, ປະຕິບັດ​ລັດຖະທຳ​ມະນູນ; ຕິດ​ພັນ​ກັບ​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ໃນ​ປີ 2014. ກອງ​ປະຊຸມ​ໄດ້​ຮັບ​ຟັງ​ທ່ານ​ຮອງ​ສາດ​ສະ​ດາ​ຈານ, ດອກ​ເຕີ ​ເລ​ມິນ​ທົງ, ຮອງ​ຫົວໜ້າກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ, ຮອງ​ຫົວໜ້າ​ຄະນະ​ຮຽບຮຽງ​ຮ່າງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ​ແນະນຳ​ໂດຍ​ຫຍໍ້​ເນື້ອ​ໃນ​ພື້ນຖານ, ບັນດາ​ຈຸດ​ໃໝ່​ຂອງ​ຂອງ​ລັດຖະທຳ​ມະນູນ ສສ.ຫວຽດນາມ ​ເຊິ່ງ​ໄດ້​ຮັບ​ການຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ຜ່ານ​ມາ. ລັດຖະທຳ​ມະນູນ​ກຳນົດ​ວ່າ: ການ​ປົກ​ປັກ​ຮັກສາ​ປະ​ເທດ​ຫວຽດນາມ ສັງຄົມ​ນິຍົມ ​ແມ່ນ​ໜ້າ​ທີ່​ສຳຄັນ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ​ແລະ ທັງ​ລະບົບ​ການ​ເມືອງ, ຕ້ອງ​​ສະ​ແດງ​ໃຫ້​ເຫັນ​ໃນ​ທຸກ​ດ້ານຄື: ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການພົວພັນ​ຕ່າງປະ​ເທດ... ​ເມື່ອ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ໂຄສະນາ, ​ເຜີຍ​ແຜ່, ຊາບ​ຊຶມ ​ແລະ ປະຕິບັດ​ລັດຖະທຳ​ມະນູນ, ທ່ານ​ຮອງ​ສາດ​ສະ​ດາ​ຈານ, ດອກ​ເຕີ ​ເລ​ມິນ​ທົງ ຊີ້​ແຈ້ງວ່າ, ນີ້​ແມ່ນ​ບັ້ນ​​ດຳ​ເນີນຊີວິດ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ​ແນ​ໃສ່​ຊາບ​ຊຶ​ມ, ​ເຜີຍ​ແຜ່​ບັນດາ​ເນື້ອ​ໃນ​ທີ່​ເປັນ​ພື້ນຖານ​ຂອງ​ລັດຖະທຳ​ມະນູນ ​ເພື່ອ​ເປັນ​ເອກະ​ພາບ​ຄວາມ​ຮັບຮູ້ ​ແລະ ຈັດ​ຕັ້ງ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູນ​ຢ່າງ​ເຂັ້ມ​ງວດ, ມີ​ປະສິດທິ​ຜົນ​ໃນ​ຊີວິດ​ສັງຄົມ; ພ້ອມ​ທັງ​ຕັດສິນ​ໃຈ​ຕໍ່ສູ້ຕ້ານ​ຖ້ອຍ​ທຳນອງ​ເ​​ສກສັນປັ້ນ​ແຕ່ງ, ກໍ່​ຄວາມ​ແບ່ງ​ແຍກ​ຢູ່ພາຍ​ໃນ​ຂອງ​ບັນດາ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ.

ຂ່າວ/ບົດ​ອື່ນ