ຍູ້ແຮງວຽກງານໂຄສະນາການສຶກສາຫັນປ່ຽນການກະທຳກ່ຽວກັບປະຊາກອນ

 ຍູ້ແຮງວຽກງານໂຄສະນາການສຶກສາຫັນປ່ຽນການກະທຳກ່ຽວກັບປະຊາກອນ - ảnh 1
ພາບ​ປະ​ກອບ:internet

(vovworld)-​ “ເປັນ​ເຈົ້າ​ການ​ໃນ​ການ​ຮັກ​ສາ​ການ​ເກີດ​ຢູ່​ໃນ​ລະ​ດັບ​ຕ່ຳທີ່​ເໝາະ​ສົມ; ຈຳ​ກັດ​ລະ​ດັບ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ​ຂອງ​ອັດ​ຕາ​ສ່ວ​ນທາງ​ເພດ​ເມື່​ອ​​ປະ​ສູດ​ລູກ, ຍົກ​ສູງ​ຄຸນ​ນະ​ພາບ​ປະ​ຊາ​ກອນ​ກ່ຽວ​ກັບສຸ​ຂະ​ພາບ​ຮ່າງ​ກາຍ, ຕອບ​ສະ​ຫນອງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ ຮັບ​ໃຊ້​ພາ​ລະ​ກິດ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ, ທັນ​ສະ​ໄຫມ ແລະ ພັດ​ທະ​ນາ​ຢ່າງວ່ອງ​ໄວ, ໝັ້ນ​ຄົງ​ຂອງ​ປະ​ເທດ​ຊາດ”. ນັ້ນ​ແມ່ນ​ຈຸດ​ໝາຍ​ຂອງ​ລາຍ​ການໂຄ​ສະ​ນາ​ຕອບ​ສະ​ຫນອງວັນ​ປະ​ຊາ​ກອນ​ໂລກ (11/7), ວັນ​ປະ​ຊາ​ກອນ​ຫວຽດ​ນາມ (26/12) ແລະ ເຫດ​ການ “ບັ້ນ​ໂຄ​ສະ​ນາ​ກ່ຽວ​ກັບ​ສະ​ພາບ​ຂາດ​ດຸນ​​ທາງເພດ​ເມື່ອ​​ປະ​ສູດ​ລູກ ຕອບ​ສະ​ຫນອງວັນ​ເດັກ​ຍິງ​ສາ​ກົນ (11/10). ທີ່ກອງ​ປະ​ຊຸມ​ສະ​ຫລຸບ​​ລາຍການ​ດັ່ງ​ກ່າວ​ຊື່ງ​ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ​ເມື່ອ​ວັນ​ທີ 16/12, ທ່ານ ຫງວຽນ​ວັນ​ເຕີນ, ຮອງ​ຫົວ​ຫນ້າ​ກົມ​ໃຫຍ່​ປະ​ຊາ​ກອນ-​ວາງ​ແຜນ​ຄອບ​ຄົວ ໃຫ້​ຮູ້​ວ່າ:     “ປີ 2015 ແມ່ນ​ປ​ີສຸດ​ທ້າຍຂອງ​ລາຍ​ການ​, ກ່ຽວ​ກັບ​ຂອບ​ຂະ​ຫນາດ​ປະ​ຊາ​ກອນ ພວກ​ເຮົາ​ຕ້ອງ​ບັນ​ລຸ​ລະ​ດັບ​ຕ່ຳ​ກວ່າ 93 ລ້ານ​ຄົນ, ຮັກ​ສາ​ໃຫ້​ໄດ້​ອັດ​ຕາສ່ວນ​​ປະ​ຊາ​ກອນເພີ່ມ​ຂຶ້ນ​ຢູ່​ໃນ​ລະ​ດັບ 1%. ກ່ຽວ​ກັບ​ອັດ​ຕາສ່ວນ​ທາງ​ເພດ​ເມື່ອ​ປະ​ສູດ​ລູກຕ້ອງ​ຈຳ​ກັດ, ຮັກ​ສາ​ລະ​ດັບ​ ເດັກ​ຊາຍ ຕ່ຳ​ກວ່າ 113 ຄົນ / ເດັກ​ຍິງ100. ເພື່ອ​ບັນ​ລຸ​ບັນ​ດາ​ຈຸດ​ໝາຍ​ດັ່ງ​ກ່າວ​ໃຫ້​ໄດ້ ຮຽກ​ຮ້ອງ​ຕ້ອງ​ມີ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທຸກ​ຂະ​ແຫນງ​ການ, ທຸກ​ຂັ້ນ, ສ້າງ​ທ່ວງ​ທ່າ​ເພື່ອ​ບັນ​ລຸ​ໄດ້​ບັນ​ດາ​ຈຸດ​ໝາຍ​ຂອງ​ຍຸດ​ທະ​ສາດ​ປະ​ຊາ​ກອນ-ສຸ​ຂະ​ພາບ​ຈ​ະ​ເລີນ​ພັນ​ໄລ​ຍະ 2011-2020.”

ຂ່າວ/ບົດ​ອື່ນ