ດັດຊະນີຄວາມເຊື້ອໝັ້ນເສດຖະກິດພາກພື້ນ EUROZONE ເພີ່ມຂຶ້ນໃນລະດັບສູງສຸດໃນຮອບ 2 ປີມານີ້

ດັດຊະນີຄວາມເຊື້ອໝັ້ນເສດຖະກິດພາກພື້ນ EUROZONE ເພີ່ມຂຶ້ນໃນລະດັບສູງສຸດໃນຮອບ 2 ປີມານີ້ - ảnh 1
(ພາບປະກອບ)

(Vovworld)- ພາຍຫຼັງ​ຖືກ​ຕົກ​ຢູ່​ໃນ​ສະພາບ​ອຶດ​ອາດ​ຊັກ​ຊ້າ​ມາ​ເປັນ​ເວລາ ຫຼາຍ​ເດືອນ, ດັດຊະນີ​ຄວາມ​ເຊື້ອ​ໝັ້ນ​ຂອງ​ພື້ນຖານ​ເສດຖະກິດ​ພາກ​ພື້ນ​ໃຊ້​ສະ​ກູນ​ເງິນ​ເອີ​ໂຣ ​ໃນ​ເດືອນ 9 ​ໄດ້​ເພີ່ມ​ຂຶ້ນ​​ໃນ​ລະດັບ​ສູງ​ສຸດ​ໃນ​ຮອບ 2 ປີ​ມາ​ນີ້. ບັນດາ​ຂໍ້​ມູນ​ໂດຍ EC ປະກາດ​ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 27/9 ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ດັດຊະນີ​ດ້ານ​ຈິດຕະ​ເສດຖະກິດ​ໃນ​ເດືອນ 9 ​ໄດ້​ເພີ່ມ 1,6 ຄະ​ແນນ ຂຶ້ນ​ເປັນ 96,9 ຄະ​ແນນ​ຢູ່ ພາກ​ພື້ນ​ໃຊ້​ສະ​ກູນ​ເງິນ​ເອີ​ໂຣ ​ແລະ ​ເພີ່ມ 2,4 ຄະ​ແນນ ຂຶ້ນ​ເປັນ 100,4 ຄະ​ແນນ​ໃນ EU . 3 ປະ​ເທດ​ໃນ​ຈຳນວນ 5 ປະ​ເທດ​ທີ່​ມີ​ພື້ນຖານ​ເສດຖະກິດ​ໃຫຍ່​ກ່ວາ​ໝູ່​ໃນ​ ພາກ​ພື້ນ​ໃຊ້​ສະ​ກູນ​ເງິນ​ເອີ​ໂຣ ​ໄດ້​ມີ​ການ​ປົວ​ແປງ​ກ່ຽວ​ກັບ ດັດຊະນີ​ຄວາມ​ເຊື້ອ​ໝັ້ນ​ຂອງ​ພື້ນຖານ​ເສດຖະກິດ ຊຶ່ງລວມມີ : ​ແອດ​ສປາຍ, ອີ​ຕາ​ລີ ​ແລະ ຝະລັງ. ສ່ວນ​ ດັດຊະນີ​ຄວາມ​ເຊື້ອ​ໝັ້ນ​ດ້ານ​ເສດຖະກິດຂອງ​ເຢຍລະ​ມັນ​ຊຶ່ງ​ແມ່ນ​ພື້ນຖານ​ເສດຖະກິດ​ນຳ​ໜ້າ​ເອີ​ລົບ ​ແມ່ນ​ບໍ່​ປ່ຽນແປງ. 

ຂ່າວ/ບົດ​ອື່ນ