ຕໍ່ກຳລັງແຮງໃຫ້ຊາວໜຸ່ມກຳມະກອນ


ຕໍ່ກຳລັງແຮງໃຫ້ຊາວໜຸ່ມກຳມະກອນ - ảnh 1
ການ​ນຳ​ສູນ​ກາງ​ຊາວ​ໜຸ່ມມອບ​ຂອງ​ຂັວນ​ໃຫ້​ແກ່​ເປົ້າ​ໝາຍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ເມືອງ​ຊອກ​ເຊີນ

(vovworld)- ຕອນ​ຄ່ຳ​ວັນ​ທີ 9/5, ຢູ່​ເຂດ​ອຸດ​ສາ​ຫະ​ກຳ ໂນ້ຍ​ບາຍ​ທີ່​ເມືອງ​ຊອກ​ເຊີນ, ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ລາຍ​ການ ຕໍ່​ກຳ​ລັງ​ແຮງ​ໃຫ້​ຊາວ​ໜ່​ຸມ​ກຳ​ມະ​ກອນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ເປັນ​ຄັ້ງ​ທຳ​ອິດ ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ ຊາວ​ໜ່​ຸມ​ກຳ​ມະ​ກອນເກືອບ 7.000 ຄົນ. ໃນ​ລາຍ​ການ​ຜູ້​ຕາງ​ໜ້າ​ສູນ​ກາງ

ຊາວ​ໜຸ່ມ ແລະ ຂະ​ແໜງ​ການ​ຕ່າງໆ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ໄດ້​ແລກ​ປ່ຽນ​ກັບ ຊາວ​ໜ່​ຸມ​ກຳ​ມະ​ກອນ, ໃຫ້​ຄຳ​ປຶກ​ສາ​ແກ່ ຊາວ​ໜ່​ຸມ​ກຳ​ມະ​ກອນ​ກ່ຽວ​ກັບ​ກາ​ລະ​ໂອ​ກາດ​ຮ່ຳ​ຮຽນ, ຍົກ​ສູງວິ​ຊາ​ການ​ຊ່າງ…..ນາງ ຫງວຽນ​ທິ​ລ​ວານ​ກຳ​ມະ​ກອນ​ເຮັດ​ວຽກ​ໃນ​ເຂດ​ອຸດ​ສາ​ຫະ​ກຳ ໂນ້ຍ​ບາຍ​ທີ່​ເມືອງ​ຊອກ​ເຊີນ, ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ 

   “ ລາຍ​ການ​ກໍ​ມ​ີ​ຂອງ​ຂວັນ ເຖິງ​ວ່ານ້ອຍໆ​ກໍ​ຕາມ, ແຕ່​ກໍ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫຼວງ​ເພື່ອ​ລະ​ດົມ​ກຳ​ລັງ​ໃຈ​ໃຫ້​ແກ່​ອ້າຍ​ເອື້ອຍ​ນ້ອງ​ກຳ​ມະ​ກອນ​ພວກ​ຂ້າ​ພະ​ເຈົ້າ, ພ້ອມທັງຊ່ວຍ​ໃຫ້ຊາວ​ໜ່​ຸມ​ກຳ​ມະ​ກອນ​ພວກ​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ແຈ້ງກວ່າ​ກ່ຽວ​ກັບ​ຄວາມ​ຫຍຸ້ງ​ຍາກ, ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ຊຶ່ງ​ພັກ, ລັດ​ສະ​ຫງວນ​ໃກ່​ກຳ​ມະ​ກອນ ”
ຂ່າວ/ບົດ​ອື່ນ