ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງກ່າວຄຳເຫັນນະພິທີ
ພາບ:vov
|
(vovworld)- ງານຊຸມນຸມມິດຕິງຕອບສະຫນອງເດືອນເຄື່ອນໄຫວສະກັດກັ້ນ,ຄວບຄຸມຢາເສບຕິດປີ 2016 ໄດ້ດຳເນີນໃນຕອນຄ່ຳວັນທີ 16/6 ຢູ່ ຮ່າໂນ້ຍ. ລາຍການດັ່ງກ່າວໂດຍຄະນະກຳມະການແຫ່ງຊາດກ່ຽວກັບການສະກັດກັ້ນ, ຕ້ານໂລກ AIDS ແລະ ສະກັດກັ້ນ, ຄວບຄຸມໄພຢາເສບຕິດ, ໂສເພນີ ສົມທົບກັບກະຊວງຕຳຫລວດ, ກະຊວງສຶກສາ ແລະບຳລຸງສ້າງ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຈັດຕັ້ງ. ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ເນັ້ນຫນັກວ່າ: ເລື່ອງປົກປ້ອງປະຊາຄົມ,ຄອບຄົວ, ສັງຄົມ ແລະ ພິເສດແມ່ນລຸ້ນຫນຸ່ມຕໍ່ຫນ້າໄພແຜ່ລາມຢ່າງກວ້າງຂວາງຂອງ ປະເພດຢາເສບຕິດຕ່າງໆ, ຢາບ້າຊະນິດໃຫມ່ ໄດ້ກາຍເປັນຫນ້າທີ່ຮີບດ່ວນ ແລະ ຈຳເປັນ ຮຽກຮ້ອງຕ້ອງມີບັນດາມາດຕະການສະກັດກັ້ນຢ່າງຄົບຊຸດ ແລະ ມີປະສິດທິຜົນກວ່າ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ສະເຫນີວ່າ:
“ກະຊວງສຶກສາ ແລະ ບຳລຸງສ້າງ ຕ້ອງສຳຫລວດກວດກາຄືນບັນດາຄວາມຮູ້ກ່ຽວກັບການສະກັດກັ້ນ, ຄວບຄຸມຢາເສບຕິດ ພວມໄດ້ຮັບການເຜີຍແຜ່ຢູ່ຊັ້ນປະຖົມຕະຫລອດຮອດຊັ້ນມະຫາວິທະຍາໄລຢ່າງເໝາະສົມ, ອັບເດັດສະພາບການຕົວຈິງ. ກະຊວງຕຳຫລວດຄວນສຸມໃສ່ຊີ້ນຳບັນດາກຳລັງຕໍ່ສູ້ຢ່າງແຮງກັບອາດຊະຍາກຳກ່ຽວກັບຢາເສບຕິດ.”