ຕູຍນີຊີອັດປະຕູໂບດ80ແຫ່ງພາຍຫຼັງການບຸກໂຈມຕີກໍ່ການຮ້າຍ

ຕູຍນີຊີອັດປະຕູໂບດ80ແຫ່ງພາຍຫຼັງການບຸກໂຈມຕີກໍ່ການຮ້າຍ - ảnh 1
(ພາບປະກອບ)

​(vovworld) – ວັນ​ທີ 27/06, ທ່ານ​ນາຍົກລັດຖະມົນຕີ ຕູຍ​ນີຊີ Habib al Essid ​ໃຫ​້ຮູ້​ວ່າ, ອຳນາດ​ການ​ປົກຄອງ​ປະ​ເທດ​ນີ້​ໄດ້​ອັດ​ປະຕູ​ໂບດອິດສະ​ລາມ 80 ​ແຫ່ງທີ່​ເຄື່ອນ​ໄຫວນອກ​ການ​ຄວບ​ຄຸມ​ຂອງ​ລັດຖະບານ, ພາຍຫຼັງ​ເກີດ​ເຫດ​ບຸກ​​ໂຈ​ມຕີ ​ເຊິ່ງ​ເຮັດ​ໃຫ້​ນັບ​ສີ​ບໆ​ຄົນ​ເສຍ​ຊີວິດ ກ່ອນ​ນັ້ນ 1 ວັນ. ທ່ານ Habib ກໍຮຽກຮ້ອງ​​ໃຫ້​ປະຊາຊົນ ຕູຍ​ນີຊີ ພ້ອມ​ກັນ​ຮ່ວມ​​ແຮງ​ຮ່ວມ​ໃຈ ພ້ອມ​ກັບ​ອຳນາດ​ການ​ປົກ​ຄອງ​ໃນ​ການ​ຕໍ່ສູ້​ຕ້ານ​ລັດທິກໍ່ການ​ຮ້າຍຢູ່​ປະ​ເທດ​ນີ້ ​ແລະ ຖື​ວ່າ ນັ້ນ​ແມ່ນ​ພັນທະ​ສຳລັບ​ປະ​ເທດ​ຊາດ. ທ່ານ​ນາຍົກລັດຖະມົນຕີ Habib ກໍອອກ​ລາງວັນ​ໃຫ​້ຜູ້​ໃດ​ສະ​ໜອງ​ຂໍ້​ມູນຂ່າວ​ກ່ຽວ​ຂ້ອງ​ເຖິງ​ຜູ້​​ຖືກ​ສົງ​ໄສ​ແມ່ນກໍ່​ການ​ຮ້ານບພວມລີ້ຕົວ.

ຂ່າວ/ບົດ​ອື່ນ