ຕ້ອນຮັບບຸນເຕັດພ້ອມກັບເພື່ອນມິດສາກົນ

ຕ້ອນຮັບບຸນເຕັດພ້ອມກັບເພື່ອນມິດສາກົນ - ảnh 1
ແຂວງ ເງ້​ອານ ໄດ້​ຈັດ​ຕັ້ງ​ລາຍ​ການ “ຕ້ອນ​ຮັບ​ບຸນ​ເຕັດ
​ປີ​ມະ​ແມ 2015 ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ
ພາບ:baonghean.vn
(vovworld)- ຕອນ​ຄ່ຳ​ວັນ​ທີ 6/2 ຢູ່ ນະ​ຄອນ ວີງ, ຄະນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ເງ້​ອານ ໄດ້​ຈັດ​ຕັ້ງ​ລາຍ​ການ “ຕ້ອນ​ຮັບ​ບຸນ​ເຕັດ​ປີ​ມະ​ແມ 2015 ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​”. ນີ້​ແມ່ນ​ລາຍ​ການ​ສະ​ຫງວນ​ໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກິດ​ຈະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ແຂວງ ເງ້​ອານ. ການ​ນຳ​ແຂວງ ເງ້​ອານ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຜູ້​ຊ່ຽວ​ຊານ, ນັກ​ລົງ​ທຶນ ໄດ້​ມາ​ເຮັດ​ວຽກ​ຢູ່ ແຂວງ ເງ້​ອານ, ຮ່ວມ​ແຮງ​ຮ່ວ​ມ​ໃຈ​ເພື່ອ​ສ້າງ​ສາ​ແຂວງ ເງ້​ອານ ພັດ​ທະ​ນາ ແລະ ປາດ​ຖະ​ຫນາ​ຈະ​ໄດ້​ຮັບ​ການ​ຮ່ວມ​ມື​ຢ່າງ​ຕັ້ງ​ຫນ້າ, ມີ​ປະ​ສິດ​ທິ​ຜົນ​ຈາກ​ບັນ​ດາ​ຜູ້​ຊ່ຽວ​ຊານ, ນັກ​ລົງ​ທຶນ​ຕ່າງ​ປະ​ເທດ. ໃນ​ວັນ​ດຽວ​ກັນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ດາ​ຫນັງ ກໍ​ໄດ້​ຈັດ​ລາຍ​ການ​ພົບ​ປະ​ສັງ​ສັນ​ກັບ​ຊາວ​ຕ່າງ​ປະ​ເທດ​ໃນ​ໂອ​ກາດ​ບຸນ​ປີ​ໃຫມ່​ປີ​ມະ​ແມ ເຊັ່ນ​ດຽວ​ກັນ.

 

ຂ່າວ/ບົດ​ອື່ນ